ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການລົງເຄື່ອນໄຫວປະເມີນຜົນນັກສຶກສາ ແລະ ກວດກາຄຸນນະພາບໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນ ທົ່ວປະເທດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສຳເລັດການຈັດຕັ້ງປະຕິບັດແຜນການລົງເຄື່ອນໄຫວປະເມີນຜົນນັກສຶກສາ ແລະ ກວດກາຄຸນນະພາບການຮຽນ-ການສອນ ຢູ່ບັນດາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດຢ່າງເປັນຂະບວນຟົດຟື້ນ ເຊິ່ງໄດ້ເລີ່ມດຳເນີນການມາຕັ້ງແຕ່ວັນທີ 1 ມີນາ 2026 ເປັນຕົ້ນມາ ແລະ ໄດ້ສຳເລັດລົງຕາມລະດັບຄາດໝາຍໃນ 4 ກຸ່ມເປົ້າໝາຍ. ການເຄື່ອນໄຫວໃນຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງສະບັບເລກທີ 117/ສມປຊ, ລົງວັນທີ 26 ມັງກອນ 2026. ຈຸດປະສົງຫຼັກແມ່ນເພື່ອຮັບປະກັນຄວາມໜັກແໜ້ນທາງດ້ານແນວຄິດ-ການເມືອງ ແລະ ຍົກສູງຄຸນນະພາບການສ້າງພະນັກງານນຳພາ-ຄຸ້ມຄອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແນະນຳການຂຽນບົດລົງວາລະສານ  ທິດສະດີການເມືອງ-ການປົກຄອງ ໃຫ້ນັກສຶກສາ ປະລິນຍາໂທ ຮຸ່ນທີ XXI

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງພິທີການແນະນຳການຂຽນບົດລົງວາລະສານທິດສະດີການເມືອງ-ການປົກຄອງ ໃນຫົວຂໍ້: “ເຕັກນິກ ແລະ ວິທີການຂຽນບົດລົງວາລະສານ ທິດສະດີການເມືອງ-ການປົກຄອງ” ໃຫ້ແກ່ນັກສຶກສາປະລິນຍາໂທ ຮຸ່ນທີ 21 ໃນຕອນແລງວັນທີ 26 ມີນາ 2026, ໂດຍການໃຫ້ກຽດຂຶ້ນບັນລະຍາຍໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ, ຮອງຫົວໜ້າ ສມປຊ ແລະ ທ່ານ ປອ ນ. ຄຳຮູ້…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີເຊື່ອມຊຶມເອກະສານການໂຄສະນາ-ປາຖະກະຖາວັນສໍາຄັນ ຂອງພັກ, ຂອງຊາດ

ໃນຕອນບ່າຍ ຂອງວັນທີ 25 ມີນາ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານ ການໂຄສະນາ-ປາຖະກະຖາ ວັນນັກຮົບເສຍອົງຄະ ແລະເສຍຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 – 21 ມີນາ 2026) ແລະເອກະສານໂຄສະນາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ( 22/03/1955…

ກອງປະຊຸມສຳມະນາວິທະຍາສາດ ຍົກສູງບົດບາດວຽກງານ ປກຊ-ປກສ ເພື່ອການພັດທະນາປະເທດຊາດ

ໃນຕອນເຊົ້າຂອງວັນທີ 25 ມີນາ 2026, ຢູ່ທີ່ວິທະຍາຄານສັນຕິບານປະຊາຊົນ ໄດ້ມີການເປີດກອງປະຊຸມສຳມະນາວິທະຍາສາດ 5 ຝ່າຍ ຂຶ້ນຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໝາຍທາງດ້ານການເມືອງອັນເລິກເຊິ່ງ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ 5 ການນຳຂັ້ນສູງ ຄື: ໃນກອງປະຊຸມໄດ້ມີພິທີເຊັນບົດບັນທຶກຮ່ວມມືສະບັບປັບປຸງ ປີ 2025 ລະຫວ່າງ 5 ພາກສ່ວນ ຄື: ວສປ, ສມປຊ, ວປກ, ວຕປ ແລະ ວກປສ, ເຊິ່ງເປັນການສ້າງກົນໄກການປະສານງານທີ່ແໜ້ນແຟ້ນຍິ່ງຂຶ້ນໃນຕໍ່ໜ້າ.…

ຂ່າວອື່ນໆ