Category: ຂ່າວ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດປາຖະກະຖາ ໃນໂອກາດວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022) ແລະເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ

ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ ແລະນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ການເຄື່ອນໄຫວຂອງປະທານ ສຸພານຸວົງ ໃນໂອກາດວັນຄ້າຍວັນເກີດຄົບຮອບ 113 ປີ (13/7/1909-13/7/2022) ໃນຕອນເຊົ້າຂອງວັນທີ…

ພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງ​ແຂວງຫຼວງນໍ້າທາ

ໃນຕອນເຊົ້າຂອງວັນທີ່ 27 ກໍລະກົດ 2022​ ທີ່ສະໂມສອນເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງແຂວງ ​ລະບົບ45 ວັນ, ຮຸ່ນທີ II ໃຫ້ແກ່ພະນັກງານຫຼັກແຫຼ່ງຂົງເຂດສຶກສາທິການ ແລະກິລາ, ​ໃຫ້ກຽດເປັນປະທານໂດຍ: ປທ​ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ​ການປົກຄອງ ​ແຂວງຫຼວງນ້ຳທາ,​ ເປັນກຽດເຂົ້າຮ່ວມໂດຍ: ທ່ານ ໜານ​ມອນ ​ແກ້ວສິງໄຊ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ເມືອງສິງ,​ ທ່ານ​ ສົມຊາຍ…

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສຳເລັດການເຝິກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດວຽກງານຫໍສະໝຸດ

ວຽກງານຫໍສະໝຸດເປັນວຽກງານໜື່ງໃນການສະໜອງ, ບໍລິການຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ຄູ-ອາຈານນັກສຶກສາ, ການຢືມ-ສົ່ງປື້ມ, ການຈັດລະບົບປື້ມ ແລະການເກັບມ້ຽນ, ການເຂົ້າລະຫັດ ແລະອື່ນໆ ເຊິ່ງບັນດາໜ້າວຽກເຫຼົ່ານີ້ ນັບມື້ນັບຫັນໄປສູ່ທັນສະໄໝ, ເມື່ອຫັນໄປສູ່ທັນສະໄໝແລ້ວ ຄວາມຮູ້ໃໝ່ທີ່ກ່ຽວກັບລະບົບໂປຣແກຣມ ແລະຄອມພີວເຕີ ຈຶ່ງມີບົດບາດສຳຄັນ ແລະຈຳເປັນຕໍ່ກັບການປະຕິບັດໜ້າທີ່ວຽກງານໃນການໃຫ້ບໍລິການ. ສະນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຈຶ່ງໄດ້ຈັດເຝິກອົບຮົມໃນຫົວຂໍ້: ການນໍາໃຊ້ເຄື່ອງມືເຕັກໂນໂລຊີດີຈິຕອນໃຫ້ແກ່ພະນັກງານຫໍສະໝຸດ ສມປຊ ແລະໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນຢູ່ ສມປຊ ເປັນເວລາ 03 ວັນ (27-29 ກໍລະກົດ 2022). ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ…

ຄະນະຈັດຕັ້ງສູນກາງພັກມອບອາຄານ ແລະຫໍພັກ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ພິທີມອບ-ຮັບອາຄານ ແລະຫໍພັກຂອງຄະນະຈັດຕັ້ງສູນກາງພັກໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2022 ໃຫ້ກຽດເປັນປະທານພິທີໂດຍ: ທ່ານ ນ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ເປັນກຽດເຂົ້າຮ່ວມທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຮອງຫົວໜ້າ ສມປຊ, ມີຕາງໜ້າພະນັກງານສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ພູໂຂງ ພິລາເພັດ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ກ່າວເຖິງສະພາບ ແລະຈຸດພິເສດຂອງອາຄານ…

ຂ່າວອື່ນໆ