ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະຈຳປີ 2025 ບາດກ້າວບຸກທະລຸທາງດ້ານທິດສະດີ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ພາລະກິດຂອງພັກ
ໃນວັນທີ 7 ເມສາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະຈຳປີ 2025 ແລະ ຜ່ານທິດທາງແຜນການເຄື່ອນໄຫວ ປະຈຳປີ 2026. ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ເປັນການສະຫຼຸບຕີລາຄາຜົນງານທາງດ້ານວິທະຍາສາດເທົ່ານັ້ນ, ແຕ່ຍັງເປັນເຫດການການເມືອງທີ່ມີຄວາມໝາຍຍຸດທະສາດຢ່າງເລິກເຊິ່ງ ໃນການປົກປັກຮັກສາ, ເສີມຂະຫຍາຍ ແລະ ໝູນໃຊ້ພື້ນຖານແນວຄິດຂອງພັກ ເຂົ້າໃນພຶດຕິກຳຕົວຈິງຂອງການສ້າງສາພັດທະນາປະເທດຊາດ. ກອງປະຊຸມດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ…
ສະພາບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃຫ້ແກ່ ນັກສຶກສາທິດສະດີການເມືອ-ການປົກຄອງ ລະບົບປະລິນຍາເອກ ຮຸ່ນທີ I ທີ່ ສມປຊ
ນັບແຕ່ເດືອນທັນວາ 2025 ເປັນຕົ້ນມາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ລະບົບປະລິນຍາເອກ ຮຸ່ນທີ I ຢ່າງເປັນທາງການ ຊຶ່ງຖືເປັນເຫດການທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ແລະ ການເມືອງຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງ. ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວ ໄດ້ດຳເນີນໄປ 4 ເດືອນປາຍ ມີໝາກຜົນ ແລະ ມີຄວາມຄືບໜ້າຢ່າງຕັ້ງໜ້າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກ, ຄະນະອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.…
ຄະນະບໍລິຫານງານຊາວໜຸ່ມ ສມປຊ ມອບປຶ້ມ “ການທູດລາວ ຄົບຮອບ 80 ປີ” ເພີ່ມທະວີແຫຼ່ງຄົ້ນຄວ້າແນວທາງການຕ່າງປະເທດຂອງພັກ ໃຫ້ແກ່ຫໍສະໝຸດ ສມປຊ
ໃນຕອນເຊົ້າຂອງວັນທີ 30 ມີນາ 2026, ຢູ່ທີ່ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີມອບ-ຮັບປຶ້ມປະຫວັດສາດການທູດ ທີ່ມີຊື່ວ່າ: “ການທູດລາວ ຄົບຮອບ 80 ປີ” ຈຳນວນ 5 ຫົວ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ປອ ນ. ຄຳຮູ້ ວິລະທອນ ຕາງໜ້າຄະນະບໍລິຫານງານຊາວໜຸ່ມ ສມປຊ ແລະ ກ່າວຮັບໂດຍ ທ່ານ ປທ…
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຊາວໜຸ່ມ ສມປຊ ປະຈຳໄຕມາດ I ຕິດພັນກັບການຍົກສູງຄຸນທາດການເມືອງ
ໃນຕອນເຊົ້າຂອງວັນທີ 27 ມີນາ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສາຍຄຳ ມູນມະນີວົງ, ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ເຊິ່ງມີບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມ ສມປຊ, ພ້ອມດ້ວຍຕາງໜ້າຄະນະຮາກຖານຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ທ່ານ ປອ ນ. ດາວອນ ບຸດທະນຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ…

