ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ

ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2025 ທ່ານ ນາງ ວຽງນະຄອນ ໄຊເກີຢາຈົງຕົວ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ຈໍານວນ 29 ຫົວ ມູນຄ່າ 3.000.000 ກີບ, ໂດຍກ່າວຮັບ ທ່ານ ປທ ທະວີພອນ ສຸດທິວົງນໍລາດ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ. ເຊິ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າຮັບໃຊ້ການຮຽນ-ການສອນໃຫ້ແກ່ລະບົບຮຽນຕ່າງໆ ຂອງສະຖາບັນ ເປັນຕົ້ນແມ່ນພະນັກງານ,…

ວິທະຍຸໂທລະພາບສູນກາງຈີນ CMG ມອບປື້ມໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າ, ວັນທີ 14 ພຶດສະພາ 2025 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີພິທີມອບຮັບປື້ມ ຈາກວິທະຍຸໂທລະພາບສູນກາງຈີນ ປະຈຳລາວ, ເຊິ່ງເປັນຜົນງານການຂຽນ ຂອງສະມາຄົມນັກປະພັນລາວ. ປື້ມທີ່ນຳມາມອບໃນມື້ນີ້ ປະກອບມີປື້ມ ເລື່ອງລາວຂອງບ້ານສິບແປດຖໍ້າ ຈຳນວນ 20 ຫົວ ແລະ ປື້ມເພິ່ນມາຈາກປະຊາຊົນ ຈຳນວນ 20 ຫົວ, ມອບໂດຍ ທ່ານ ນາງ ພອນວິໄລ ມູນລະດົກ, ຕາງໜ້າໃຫ້ວິທະຍຸໂທລະພາບສູນກາງຈີນ…

ພິທີເປີດຊຸດຝຶກອົບຮົມໄລຍະສັ້ນ ຫົວຂໍ້ສະເພາະ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ, ຊຸດທີ 2

ໃນຕອນເຊົ້າ ວັນທີ 12 ພຶດສະພາ 2025 ຢູ່ທີ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີເປິດຊຸດເຝິກອົບຮົມໄລຍະສັ້ນໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ, ຊຸດທີ 2, ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ມີສະຫາຍ ນາງ ສີໃສ…

ພິທີປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ເລກທີ 148/ຄປພຂ, ຊຽງຂວາງ, ວັນທີ 05 ພຶດສະພາ 2025. ໃນຕອນເຊົ້າວັນທີ 6 ພຶດສະພາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III…

ຂ່າວອື່ນໆ