Month: March 2023

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ປິດຊຸດຮຽນລະບົບຊັ້ນຕົ້ນ, ລະບົບຊັ້ນກາງ ແລະເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ແລະຂັ້ນກາງ.

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຮຽນ ແລະມອບໃບປະກາສະນີຍະບັດໃຫ້ນັກສຶກສາທິດສະດີການເມືອງ ແລະການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ V ແລະລະບົບຊັ້ນກາງ ຮຸ່ນທີ XII ໃນຕອນເຊົ້າຂອງວັນທີ 16 ມີນາ 2023, ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ,…

ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ”

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສົມທົບກັບ ສູນກາງສະຫະພັນກຳມະບານລາວ ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນ ໃນຕອນເຊົ້າ ຂອງວັນທີ 15 ມີນາ 2023, ທີ່ສູນກາງສະຫະພັນກຳມະບານລາວ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ”. ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະໃຫ້ກຽດເປັນຄະນະປະທານຮ່ວມມີ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ,…

ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ສາຂາ ເສດຖະສາດການເມືອງ ແລະສາຂາຄຸ້ມຄອງເສດຖະກິດ ໄດ້ອຸປະຖຳເຄື່ອງໃຊ້ອຳນວຍຄວາມສະດວກ ແລະປະດັບຫ້ອງປ້ອງກັນວິທະຍານິພົນ ປະລິນຍາໂທ

ໃນໄລຍະປັດຈຸບັນນີ້, ນັກສຶກສາທິດສະດີການເມືອງ ແລະ ການປົກຄອງ ປະລິນຍາໂທ ມີຈຳນວນເພີ່ມຂຶ້ນໃນແຕ່ລະປິ, ການປ້ອງກັນບົດໃນຂັ້ນຕ່າງໆກໍ່ມີຫຼາຍສາຂາທີ່ນຳໃຊ້ຫ້ອງປ້ອງກັນ ເມື່ອເປັນແນວນັ້ນ ສມປຊ ໄດ້ເພີ່ມຈຳນວນຫ້ອງປ້ອງກັນ.          ສະນັ້ນ, ໃນວັນທີ 6 ມີນາ 2023 ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ສາຂາ ເສດຖະສາດການເມືອງ ແລະສາຂາຄຸ້ມຄອງເສດຖະກິດ ຈຶ່ງໄດ້ຖືໂອກາດດັ່ງກ່າວ ປະກອບສ່ວນອຸປະຖຳວັດຖຸອຸປະກອນ ທີ່ເອື້ອອຳນວຍຄວາມສະດວກໃນການນຳໃຊ້ເປັນຕົ້ນ: ປ້າຍ, ຜ້າແພປູໂຕະຄະນະກຳມະການປ້ອງກັນ-ຜ້າແພປູໂຕະຜູ້ເຂົ້າຮ່ວມ, ສາຍຕໍ່ພ່ວງອຸປະກອນຄອມພີວເຕີ, ກະຕິກນ້ຳຮ້ອນ,…

ສະພາວິທະຍາສາດ ຄະນະບໍລິຫານສາດ ສະຫຼຸບວຽກງານການຄົ້ນຄວ້າວິທະຍາສາດ ປະຈຳປີ 2022 ແລະທິດທາງແຜນການ 2023

ສະພາວິທະຍາສາດຄະນະບໍລິຫານສາດ ທີ່ຜ່ານມາມີໜ້າທີ່ເຄື່ອນໄຫວຕາມພາລະບົດບາດເປັນເສນາທິການທາງດ້ານວິທະຍາສາດໃຫ້ຄະນະນຳ ແລະມີໜ້າທີ່ໃນການຫັນທິດທາງ, ແຜນການເຄື່ອນໄຫວ ຂອງສະພາວິທະຍາສາດຂັ້ນ ສມປຊ ໃຫ້ເປັນອັນລະອຽດ, ເປັນແຜນການ, ເປັນແຜນວຽກ; ຂຶ້ນແຜນ, ຈັດຕັ້ງປະຕິບັດ ແລະປະເມີນການຄົ້ນຄວ້າວິທະຍາສາດ; ຄົ້ນຄວ້າ, ປະເມີນການປະຕິບັດຫຼັກສູດການຮຽນ-ການສອນ; ຄົ້ນຄວ້າ ແລະຮັບຮອງປື້ມຄົ້ນຄວ້າ, ປື້ມແບບຮຽນລະບົບຕ່າງໆ. ເພື່ອເປັນການຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການຄົ້ນຄວ້າວິທະຍາສາດ ຈຶ່ງໄດ້ເປີດກອງປະຊຸມສະຫຼບ ວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໃນວັນທີ 10 ມີນາ 2023 ໂດຍການເປັນປະທານຂອງ ທ່ານ…

ຂ່າວອື່ນໆ