Month: March 2021

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບ ຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXVIII

ນັກສຶກສາ ລະບົບຊັ້ນສູງເລັ່ງລັດ 5 ເດືອນຮຸ່ນທີ XXVIII ທີ່ຜ່ານມາໄດ້ເລີ່ມຮັບລົງທະບຽນຮຽນ ລະຫວ່າງວັນທີ 24-25 ກຸມກາ 2021; ໄດ້ຈັດຕັ້ງການຮຽນປະຖົມນິເທດໃນວັນທີ 26 ກຸມພາ 2021 ທີ່ຜ່ານມາ ເຊິ່ງໃນນັ້ນ, ມີ 4 ພາກສ່ວນຂອງ ສມປຊ ເຂົ້າຮ່ວມເປັນວິທະນາກອນໃນການ ອະທິບາຍ ມີລະບຽບກ່ຽວກັບວຽກພັກ-ພະນັກງານ, ລະບຽບຫໍພັກ, ລະບຽບວ່າດ້ວນນັກສຶກສາ, ການນຳໃຊ້ຫ້ອງສະໝຸດ, ແລະແຜນການຮຽນ -ການສອນ, ຊຸດຮຽນຮຸ່ນ XXVIII…

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານກ່ຽວກັບ ການປ່ຽນແປງໃໝ່ ໃນຂົງເຂດວັດທະນະທຳ-ສັງຄົມ”

ເພື່ອເປັນການເສີມຂະຫຍາຍແນວຄິດໄກສອນ ພົມວິຫານ ກ່ຽວກັບຂົງເຂດວັດທະນາທຳ-ສັງຄົມ ໃຫ້ທົ່ວທຸກຊັ້ນຄົນໄດ້ເຂົ້າໃຈ ແລະ ຮັບຮູ້, ເລິກເຊິ່ງ ແລະ ທົ່ວເຖິງນັ້ນ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນ ໃນຕອນເຊົ້າຂອງວັນທີ 10 ມີນາ 2021, ທີ່ຫ້ອງປະຊຸມໃຫຍ່ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດວັດທະນາທຳ-ສັງຄົມ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍທ່ານ ປອ ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານສະພາທິດສະດີສູນກາງພັກ,…

ຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນ ຄົບຊຸດ ຈາກພາສາຫວຽດນາມ ເປັນພາສາລາວເຜີຍແຜ່ ແລະມອບ-ຮັບປື້ມນິພົນ ໂຮ່ຈີມິນຄົບຊຸດ ໃຫ້ບັນດາກະຊວງ, ອົງການອ້ອມຂ້າງສູນກາງ

ໃນວັນທີ 5 ມີນາ 2021 ທີ່ຜ່ານມາ ຄະນະຄຸ້ມຄອງໂຄງການແປນິພົນ ໂຮ່ຈີມິນ ຈາກພາສາຫວຽດນາມມາເເປັນພາລາວ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໄດ້ເປີດພິທີ ເຜີຍແຜ່ ແລະມອບ-ຮັບປື້ມ ນິພົນໂຮ່ຈີມິນ ຄົບຊຸດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ ປອ ບຸນທີ ເຄືອມີໄຊ ຮອງຫົວໜ້າຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນ ຄົບຊຸດ ຈາກພາສາຫວຽດນາມ ມາເປັນພາສາລາວ, ມີຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນ…

ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ມອບນິພົນໂຮ່ຈິມິິນຄົບຊຸດ ໃຫ້ 2 ແຂວງພາກກາງຕອນລຸ່ມ ແລະ 4 ແຂວງພາກໃຕ້

ໃນບ່າຍຂອງວັນທີ 10 ມີນາ​ ຜ່ານ​ມານີ້ ຢູ່ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ, ຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນຄົບຊຸດ ຈາກພາສາຫວຽດ ເປັນພາສາລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເຜີຍແຜ່ ແລະ ມອບປຶ້ມນິພົນເລືອກເຟັ້ນ ມາກ-ອັງແກນ, ເລນິນ ແລະນິພົນໂຮ່ຈິມິນ ຄົບຊຸດ, ໂດຍພາຍໃຕ້ການເປັນປະທານ ແລະ ກ່າວມອບຂອງ ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ…