ໃນວັນທີ 5 ມີນາ 2021 ທີ່ຜ່ານມາ ຄະນະຄຸ້ມຄອງໂຄງການແປນິພົນ ໂຮ່ຈີມິນ ຈາກພາສາຫວຽດນາມມາເເປັນພາລາວ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໄດ້ເປີດພິທີ ເຜີຍແຜ່ ແລະມອບ-ຮັບປື້ມ ນິພົນໂຮ່ຈີມິນ ຄົບຊຸດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ ປອ ບຸນທີ ເຄືອມີໄຊ ຮອງຫົວໜ້າຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນ ຄົບຊຸດ ຈາກພາສາຫວຽດນາມ ມາເປັນພາສາລາວ, ມີຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນ ຄົບຊຸດ ຈາກພາສາຫວຽດນາມມາເປັນພາສາລາວ, ມີຕາງໜ້າ ໂຮງຮຽນກນເມືອງ-ການປົກຄອງນະຄອນຫຼວງ, ຕາງໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງວຽງຈັນ, ຕາງໜ້າບັນດາວິທະຍາຄານ ແລະຕາງໜ້າຈາກບັນດາກະຊວງ, ອົງການ ລວມທັງໝົດ 49 ພາກສ່ວນອ້ອມຂ້າງສູນກາງ ເຂົ້າຮ່ວມພິທີມອບ-ຮັບໃນຄັ້ງນີ້.

ໃນພິທີ ທ່ານ ສຈ ປອ ບຸນທີ ເຄືອມີໄຊ ໄດ້ກ່າວເຖິງຄວາມເປັນມາຂອງໂຄງການ ແປນິພົນ ໂຮ່ຈີມິນ ຄົບຊຸດ ຈາກພາສາຫວຽດນາມ ມາເປັນພາສາລາວ ໂດຍໂຄງການໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດ ແຕ່ວັນທີ 10 ເດືອນພຶດສະພາ ປີ 2016 ເປັນຕົ້ນມາ, ທັງສອງຝ່າຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໂຄງການ. ພ້ອມກັນນັ້ນ, ກໍໄດ້ລະດົມຊອກຫາຜູ້ທີ່ມີຄວາມຮູ້ຄວາມສາມາດທົ່ວ ສປປ ລາວ ມີ 30 ກວ່າທ່ານ ເຂົ້າຮ່ວມໂຄງການ. ຈາກການຈັດຕັ້ງປະຕິບັດໂຄງການໄດ້ສຳເລັດ ໃນທ້າຍປີ 2020, ແຕ່ເນື່ອງຈາກ ການລະບາດ ຂອງເຊື້ອພະຍາດໂຄວິດ 19 ຈຶ່ງເຮັດໃຫ້ ການນຳຂອງສອງປະເທດ ບໍ່ສາມາດເດີນທາງມາຈັດພິທີມອບ-ຮັບເປັນທາງການໄດ້ ຈຶ່ງເຮັດໃຫ້ການແຈກຢາກປຶ້ມລ້າຊ້າ ແລະປຶ້ມຈຳນວນໜຶ່ງ ພິມສຳເລັດ ແຕ່ຍັງບໍ່ທັນສາມາດສົ່ງມາລາວໄດ້ມີ 3 ເຫຼັ້ມຄື: ນິພົນໂຮ່ຈິມິນ ຄົບຊຸດເຫຼັ້ມ 11, ເຫຼັ້ມ 15 ແລະ ວັດຈະນານຸກົມ ໂຮ່ຈີມິນວິທະຍາ 1 ເຫຼັ້ມ.

          ທ່ານປະທານໃນພິທີຍັງໄດ້ສັງລວມນິພົນໂຮ່ຈີມິນວ່າ: ແມ່ນມໍລະດົກອັນລ້ຳຄ່າຂອງປະຊາຊົນຜູ້ອອກແຮງງານຂອງພັກກອມມູນິດ, ນັກປະຕິວັດຄວນໄດ້ຄົ້ນຄວ້າ, ນິພົນ 15 ເຫຼັ້ມນີ້ ສ່ອງແສງໃຫ້ເຫັນການຈັດຕັ້ງຜັນຂະຫຍາຍ ລັດທິມາກ ເລນິນ ເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ການສ້າງສາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ ທີ່ເລີ່ມຈາກປະເທດດ້ອຍພັດທະນາ, ເສດຖະກິດຫຼ້າຫຼັງ, ສ່ອງແສງໃຫ້ເຫັນການປະຕິວັດ ແມ່ນຂອງປະຊາຊົນ, ການສ້າງສາພັດທະນາແມ່ນເລີ່ມຈາກປະຊາຊົນ, ຮັບໃຊ້ປະຊາຊົນຖືປະຊາຊົນເປັນກົກ, ຢາກສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າທັນຍຸກສະໄໝຕ້ອງກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ຜູ້ນຳພາຕ້ອງເປັນແບບຢ່າງ, ອຸດົມການຂອງພັກຕ້ອງເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ

ຂ່າວອື່ນໆ