ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ຄະນະບໍລະຫານງານຊາວໜຸ່ມ ສມປຊ ອວຍພອນ  ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນກຳມະການສຳຮອງສູນກາງພັກ ສະໄໝທີ XII

ໃນຕອນແລງຂອງວັນທີ 12 ມັງກອນ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຈັດພິທີເຂົ້າອວຍພອນ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເນື່ອງໃນໂອກາດ ທີ່ທ່ານໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ ໃຫ້ດຳລົງຕຳແໜ່ງເປັນ ກຳມະການສຳຮອງສູນກາງພັກ. ໃຫ້ກຽດນຳພາຄະນະເຂົ້າອວຍພອນໃນຄັ້ງນີ້ໂດຍ ທ່ານ ປອ…

ພິທີມອບ-ຮັບປຶ້ມບັນທຶກປະຫວັດສາດລາວ-ຈີນ  ສັນຍະລັກແຫ່ງສາຍພົວພັນມິດຕະພາບຍຸດທະສາດ ແລະການບໍາລຸງສ້າງທິດສະດີການເມືອງໃຫ້ຄົນຮຸ່ນໃໝ່

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະ ຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢ່າງມີຄວາມໝາຍຄວາມສໍາຄັນນັ້ນ; ໃນວັນທີ 9 ມັງກອນ 20 26, ທີ່ຫໍສະໝຸດກອງທັບ, ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບປຶ້ມບັນທຶກປະຫວັດສາດ ແລະປຶ້ມການເມືອງ ແນວຄິດອັນລຳ້ຄ່າ ເພື່ອແນໃສ່ການສ້າງພື້ນຖານຄວາມຮູ້ດ້ານປະຫວັດສາດ ແລະການເມືອງໃຫ້ແກ່ສັງຄົມ. ເຂົ້າຮ່ວມໃນພິທີອັນສົມກຽດນີ້ໂດຍ…

ຂ່າວອື່ນໆ