Month: February 2022

ການປະ​ຕິ​ຮູບທີ່ຢືນຍົງ ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນ ຂອງລັດວິສາຫະກິດໄຟຟ້າລາວ

         ໃນຕອນເຊົ້າຂອງວັນທີ 27 ມັງກອນ 2022 ນີ້ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ລັດ​ວິ​ສາ​ຫະ​ກິດ ​ໄຟ​ຟ້າ​ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 60 ປີຜ່ານມາ ທາງບໍລິສັດໄດ້ໄດ້ມີຜົນສຳເລັດເປັນກ້າວໆ ໂດຍໄດ້ເຮັດທຸກວິທີທາງເພື່ອໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ຊົມ​ໃຊ້​ໄຟຟ້າຢ່າງທົ່ວເຖິງ, ຄຽງຄູ່ກັນນັ້ນຍັງມີຂໍ້ຄົງຄ້າງ ແລະສິ່ງທ້າທາຍທີ່ລັດວິສາຫະກິດພວກເຮົາ ຕ້ອງໄດ້ສືບຕໍ່ໃນການປັບປຸງຕົນເອງ ກໍຄືການປະຕິຮູບເພື່ອ​ຕອບສະ​ໜອງ​ຕາມ​ຄວາມ​ຕ້ອງ​ການຂອງສັງຄົມທີ່ນັບ​ມື້ສູງຂຶ້ນ, ການ​ໃຫ້ບໍ​ລິ​ການທີ່ມີຄຸນນະພາບສູງຂຶ້ນ, ລວມທັງການດຳເນີນທຸລະກິດກໍຕ້ອງໃຫ້ມີປະສິດທິພາບ ແລະປະສິດທິຜົນ ເຊິ່ງການປະຕິຮູບໃນຄັ້ງນີ້ແມ່ນປະຕິຮູບລັດວິສາຫະກິດໄຟຟ້າລາວໃຫ້ມີຄວາມຍືນຍົງບົນພື້ນຖານທີ່ວ່າລັດຍັງເປັນເຈົ້າຢູ່ 100% ແຕ່ຈະປະຕິຮູບກົນໄກ, ບຸກຄົນໃນອົງການຄຽງຄູ່ກັນໄປ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ…