ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບບັດສະມາຊິກພັກສົມບູນ ແລະ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ໃນວັນທີ 22 ມີນາ 2021 ເຊິ່ງເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາໂດຍ ສະຫາຍ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ ພ້ອມດ້ວຍ ຕາງໜ້າຄະນະກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ…

ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບການຍົກລະດັບດ້ານເຕັກນິກການນຳໃຊ້ຄອມພີວເຕີ

ໃນລະຫວ່າງວັນທີ 10-18 ມີນາ 2021 ຢູ່ທີ່ຕຶກສູນຂໍ້ມູນຂ່າວສານ, ກົມຈັດຕັ້ງ-ພະນັກງານ ໄດ້ຈັດພິທີຝຶກອົບຮົມພາຍໃຕ້ຫົວຂໍ້: ທັກສະພື້ນຖານການນຳໃຊ້ຄອມພີວເຕີ ໃຫ້ກຽດເປັນປະທານຂອງ ທ່ານ ປທ ນ. ໃບຊ່ຽນ ມູນຕີວົງ ຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ. ມີຕາງໜ້າກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ. ທ່ານ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກແລະປ້ອງກັນພັກ, ຄະນະຮັບຜິດຊອບເຝິກອົບຮົມ ໄດ້ຂຶ້ນຜ່ານບົດສະຫຼຸບຕະຫຼອດໄລຍະຂອງການເຝິກອົບຮົມ 6…

ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ສມປຊ, ເດີນທາງມອບນິພົນໂຮ່ຈິມິິນຄົບຊຸດ ໃຫ້ 2 ແຂວງ ພາກກາງຕອນເທິງ ແລະ 2 ແຂວງພາກເໜືອທາງຕະເວັນອອກ

ໃນລະຫວ່າງ ວັນທີ 09-16 ມີນາ 2021 ນີ້ ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງໄປມອບປຶ້ມນິພົນ ໂຮ່ຈິມິນ ຄົບຊຸດ ແລະປຶ້ມນິພົນເລືອກເຟັ້ນມາກ-ອັງແກນ,​ ວ. ອ ເລນິນໃຫ້ 2 ແຂວງພາກກາງຕອນເທິງ ແລະ 2 ແຂວງພາກເໜືອທາງທິດຕາເວັນອອກ, ເຊິ່ງນໍາພາໂດຍ ທ່ານ ສຈ.ປອ ບຸນທີ ເຄືອມີໄຊ ອະດີດຄະນະພັກ…

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ”

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນໃນຕອນເຊົ້າຂອງວັນທີ 18 ມີນາ 2021, ທີ່ສະໂມສອນໃຫຍ່ວິທະຍາຄານສັນຕິບານປະຊາຊົນ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ມີບັນດາສະຫາຍໃນຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພະນັກງານການນຳຫຼັກແຫຼ່ງຂັ້ນສູນກາງ ແລະ ກົມກອງອ້ອມຂ້າງ, ພ້ອມດ້ວຍພະນັກງານ, ຄູ-ອາຈານ…

ຂ່າວອື່ນໆ