ເມືອງແປກ ແຂວງຊຽງຂວາງ ປີດຊຸດຝືກອົບຮົມທິດສະດີການເມືອງ ແລະ ການປົກຄອງ ສຳລັບຄະນະພັກບ້ານ, ນາຍບ້ານ ຮຸ່ນທີ I ເມືອງແປກ ປີ 2021
ໃນວັນທີ 2 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມເມຶອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປີດຊຸດຝຶກອົບ ຮົມທິດສະດີການເມືອງ ແລະການປົກຄອງຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງາານ, ທ່ານ ກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້໊າເມືອງແປກ, ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແເຂວງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາຜູ້ຕ່າງໜ້າຈາກບັນດາຫ້ອງການ, ບ້ານພາຍໃນເມືອງແປກ ແລະມີບັນດາຄູ-ອາ…
ບັນດາໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ
ໃນລະຫວ່າງ ວັນທີ 25-29 ມິຖຸນາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ (ເປັນປະທານໃຫ້ໜ່ວຍພັກຮາກຖານ ຫ້ອງການ (ຫກ) ແລະສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ,…
ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທາບທາມບັນດາກົດລະບຽບຕ່າງໆ ສໍາລັບ ສມປຊ
ຫ້ອງການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ຈັດກອງປະຊຸມການທາບທາມບັນດາກົດລະບຽບຕ່າງໆ ທີ່ຈະໄດ້ນໍາໃຊ້ພາຍໃນ ສມປຊ ຊຶ່ງກອງປະຊຸມໄດ້ຈັດຂື້ນໃນວັນທີ 01 ກໍລະກົດ 2021 ທີ່ຫ້ອງປະຊຸມຊັ້ນ 5 ຂອງຕຶກສູນຂໍ້ມູນຂ່າວສານ ສມປຊ. ພາຍໃຕ້ການເປັນປະທານຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 15. ພ້ອມດ້ວຍຕາງໜ້າບັນດາກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ,…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຈຸດສັກວັກຊິນກັນພະຍາດໂຄວິດ 19
ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງການສັກວັກຊິນປ້ອງກັນໂຄວິດ 19 ສຳລັບພະນັກງານ, ຄູ-ອາຈານຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພະນັກງານບຳນານ, ຍາດຕິພີ້ນ້ອງຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ, ທັງນີ້ເພື່ອສ້າງເລັ່ງສ້າງພູມຄຸ້ມກັນ, ທັງຮັບປະກັນໃຫ້ແກ່ການຮຽນ-ການສອນປີສຸດທ້າຍ ແລະການເຮັດວຽກຂອງພະນັກງານໄດ້ຢ່າງສະບາຍໃຈ, ດັ່ງນັ້ນ, ໃນວັນທີ 23 ມິຖຸນາ 2021 ສມປຊ ໄດ້ປະສານສົມທົບກັບ ກະຊວງສາທາລະນະສຸກ ໄດ້ສົ່ງທີມແພດນຳພາໂດຍ ທ່ານ ນ. ສີວັນ ສີບຸນເຮືອງ ຮອງຫົວໜ້າພະແນກພະຍາບານ ໂຮງໝໍມິດຕະພາບ ພ້ອມດ້ວຍຄະນະ…

