ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດຝຶກອົບຮົມ “ວຽກງານກວດກາແບບໃໝ່”ຢ່າງເລິກເຊິ່ງ ມຸ່ງເນັ້ນການຫັນເປັນທັນສະໄໝ, ເດັດຂາດ, ວິທະຍາສາດ ເພື່ອຄວາມປອດໃສຂອງພັກ ແລະ ຄວາມເຂັ້ມແຂງຂອງລັດ

ເພື່ອເປັນການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ເຂົ້າສູ່ວຽກງານຕົວຈິງ ແລະຍົກສູງຄຸນນະ ພາບການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສຳເລັດການຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ “ວຽກງານກວດກາແບບໃໝ່”ປະຈຳປີ 2025 ຢ່າງຈົບງາມ, ເຊິ່ງໄດ້ດຳເນີນເປັນເວລາ 3 ວັນເຕັມ ລະຫວ່າງວັນທີ 2-4 ກຸມພາ 2026 ທີ່ ລີສອດ ນາປ່າກວາງ, ແຂວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະເປັນປະທານໂດຍ: ທ່ານ ປທ…

ຊົມເຊີຍຄະນະໜ່ວຍພັກ ຊຸດໃໝ່ ຂອງຮາກຖານນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ)

ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວພວມແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໜ່ວຍພັກຮາກຖານນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ) ໄດ້ໄຂກອງປະຊຸມໃຫຍ່ຂອງຕົນຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າຂອງວັນທີ 4 ກຸມພາ 2026. ກອງປະຊຸມດັ່ງກ່າວ ມີຄວາມໝາຍສຳຄັນ ເພື່ອຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ພ້ອມທັງເລືອກຕັ້ງເອົາຄະນະ ໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າອວຍພອນ ສະຖານທູດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ແລະ ຊົມເຊີຍຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດແຫ່ງຄວາມປິຕິຊົມຊື່ນ ທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ພວມສ້າງຂະບວນການຢ່າງຟົດຟື້ນ ເພື່ອສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດ. ໃນຕອນເຊົ້າ ຂອງວັນທີ 3 ກຸມພາ 2026 ນີ້, ຢູ່ທີ່ສະຖານທູດ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນໍາໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບ ຄະນະຊ່ຽວຊານຈາກ ມະຫາວິທະຍາໄລ Fulbright ສສ ຫວຽດນາມ ເພີ່ມທະວີການຮ່ວມມືດ້ານທິດສະດີ ແລະ ພຶດຕິກຳ ເພື່ອກະກຽມຄວາມພ້ອມຍົກລະດັບ ຜູ້ນຳບໍລິຫານລະດັບສູງ ຂອງ ສປປ ລາວ

ໃນຕອນແລງ ຂອງ ວັນທີ 2 ກຸມພາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຊ່ຽວຊານຈາກ ມະຫາວິທະຍາໄລ Fulbright (Fulbright…

ຂ່າວອື່ນໆ