ຄະນະບໍລິຫານສາດ ສມປຊ ສຳເລັດຊຸດຝຶກອົບຮົມ ຫົວຂໍ້: “ຍົກສູງຄຸນນະພາບການຮຽນ-ການສອນ ໃນເງື່ອນໄຂໃໝ່”
ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: “ຍົກສູງຄຸນນະພາບການຮຽນ-ການສອນ ໃຫ້ພະນັກງານ-ຄູອາຈານ ໃນເງື່ອນໄຂໃໝ່” ຂຶ້ນຢ່າງເປັນທາງການ. ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 5 ວັນ, ນັບແຕ່ວັນທີ 02 ຫາ 06 ກຸມພາ 2026 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍລິຄຳໄຊ. ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ປທ ນ. ອານົງ…
ການພົບປະແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກຳ ລະຫວ່າງ ສມປຊ ແລະ ໂຮງຮຽນພັກແຂວງກ່ານຊູ ບາດກ້າວສຳຄັນໃນການຍົກລະດັບວຽກງານກໍ່ສ້າງພັກ ແລະ ພັດທະນາບຸກຄະລາກອນໃນໄລຍະໃໝ່
ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພວມສືບຕໍ່ຜັນຂະຫຍາຍ ຍຸດທະສາດການເປັນຄູ່ຮ່ວມຊາຕາກຳ ບົນພື້ນຖານທິດນຳ: “ໝັ້ນຄົງ, ຍາວນານ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ”, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະຜູ້ແທນ ຈາກໂຮງຮຽນພັກແຂວງກ່ານຊູ (ສະຖາບັນການປົກຄອງກ່ານຊູ) ສປ ຈີນ ໃນວັນຕອນເຊົ້າ ຂອງວັນທີ 5 ກຸມພາ 2026 ນຳພາຄະນະໂດຍ…
ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຝຶກອົບຮົມຫົວຂໍ້: “ວິທີສິດສອນວິຊາປະຫວັດສາດພັກ ແລະ ວິຊາກໍ່ສ້າງພັກ ລະບົບທິດສະດີການເມືອງຂັ້ນຕົ້ນ-ຂັ້ນກາງ”
ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XII ເຂົ້າສູ່ຊີວິດຕົວຈິງ; ວຽກງານການເມືອງ-ແນວຄິດ ຖືເປັນສິ່ງທີ່ສຳຄັນອັນດັບໜຶ່ງ ໃນການປົກປ້ອງພື້ນຖານແນວຄິດຂອງພັກ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ພະນັກງານ, ສະມາຊິກພັກ. ບົນຈິດໃຈດັ່ງກ່າວ, ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ຈັດຊຸດຝຶກອົບຮົມຫົວຂໍ້: “ວິທີສິດສອນວິຊາປະຫວັດສາດພັກ ແລະວິຊາກໍ່ສ້າງພັກລະບົບທິດສະດີການເມືອງຂັ້ນຕົ້ນ-ຂັ້ນກາງ”ໃນລະຫວ່າງວັນທີ 2-6 ກຸມພາ 2026 ທີ່ຜ່ານມາ.…
ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ
ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 03 ກຸມພາ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 86 ສະຫາຍ, ຍິງ 20 ສະຫາຍ. ໃນນັ້ນ, ມີສະມາຊິກພັກສົມບູນ ຈໍານວນ 75 ສະຫາຍ,…

