ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສໍາເລັດຊຸດເຝິກອົບຮົມພາສາຈີນ ຊຸດທີ I ໃຫ້ແກ່ ພະນັກງານ, ຄູ-ອາຈານ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ຊຸດເຝິກອົບຮົມພາສາຈີນແມ່ນໂຄງການໜຶ່ງທີ່ນອນໃນວຽກງານ ຂອງຫ້ອງຮຽນຂົງຈືສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ຄວາມຮັບຜິດຊອບ ຂອງຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ ແລະສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ. ໂດຍໄດ້ຄັດເລືອກເອົາພະນັກງານ, ຄູ-ອາຈານຈາກບັນດາກົມຕ່າງໆເປັນຕົ້ນແມ່ນ: ຄະນະວິຊາ, ສູນ, ຫ້ອງການ ພາຍໃນ ສມປຊ ລວມທັງໝົດ 22 ທ່ານ, ຍິງ 8 ທ່ານ. ເລີ່ມຈັດຕັ້ງການຮຽນ-ການສອນ ຕັ້ງແຕ່ວັນທີ 10 ມີນາ 2021 ຈົນມາເຖິງເດືອນທັນວາ 2021.…

ໜ່ວຍ​ພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

ໜ່ວຍ​ພັກຮາກຖານ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ-ຄະນະປັດຊະຍາ ​ໄດ້ຈັດ​ພິທີ​​ເລື່ອນ​ສະມາຊິກ​ພັກ​ສຳຮອງ​​ຂຶ້ນເປັນສະມາຊິກ​ພັກສົມ​ບູນ ຢູ່​ທີ່ຫ້ອງ​ປະຊຸມຂອງສູນຂໍ້ມູນຂ່າວສານ ການເມືອງ ແລະການປົກຄອງ ຊັ້ນ 5, ​ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃນ​ພິທີ​ດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກ-ປ້ອງກັນພັກ ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ 2 ສະຫາຍຄື: ສະຫາຍ ນ. ທັດສະລີ ພົມສີສຸວັນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “ວັດທະນະທຳ ກັບການພັດທະນາແບບຍືນຍົງ”

ການສຳມະນາຫົວຂໍ້: “ວັດທະນະທຳ ກັບການພັດທະນາແບບຍືນຍົງ” ເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິກຳ ກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ ປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ- ອາຈານ ໃຫ້ມີຄວາມຮູ້ເປັນລະບົບ ແລະອຸດົມສົມບູນຍິ່ງຂຶ້ນ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນພຸດ ວັນທີ 12 ມັງກອນ 2022 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍການເປັນປະທານ ຂອງ ທ່ານ ປທ ນ. ບຸນມີ ຈຸນລະຈັກ…

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ XVII ຫ້ອງ ຂ

ໃນວັນທີ 7 ມັງກອນ 2022 ໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ XVII ຫ້ອງ ຂ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າກົມຈັດຕັ້ງ-ພະນັກງານ, ຕາງໜ້າແຕ່ລະໜ່ວຍພັກຮາກຖານນັກສຶກສາເຂົ້າຮ່ວມພ້ອມພຽງ. ໃນ​ກອງ​ປະ​ຊຸມໄດ້​​ຮັບ​ຟັງ​ບົດ​ລາຍ​ງານ​ການ​ເມືອງ ຕໍ່​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ I…

ຂ່າວອື່ນໆ