ຂ່າວຫຼ້າສຸດ

ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ປີ 2021 ແລະ ທິດທາງແຜນການ ປີ 2022

ໃນ​ວັນ​ທີ 26/4/2022 ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ປີ 2021 ແລະ ທິດທາງແຜນການ ປີ 2022 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,​ ​​ໂດຍ​ການເປັນປະທານ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ  ແລະມີຜູ້ເຂົ້າຮ່ວມຕາງໜ້າຫ້ອງການ, ກົມ, ຄະນະ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ…

ກອງປະຊຸມວິສາມັນ ຄັ້ງທີ II ປະຈໍາປີ 2022 ຂອງສະພາ​ວິທະຍາສາດ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V

ໃນຕອນແລງວັນທີ 26 ເມສາ 2022 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫ້ອງການ ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ໄດ້ຈັດຕັ້ງກອງປະຊຸມວິສາມັນ ຄັ້ງທີ II ປະຈໍາປີ 2022 ຂອງສະພາ​ວິທະຍາສາດສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະກາດການຈັດຕັ້ງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າຂັ້ນກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະການໂຍ້ກຍ້າຍບ່ອນປະຈຳການ ໃນຕອນເຊົ້າຂອງວັນທີ 21 ເມສາ 2022, ພິທີດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະ ແລະຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ເຂົ້າຮ່ວມຮັບຟັງ. ໂດຍພິທີດັ່ງກ່າວ ທ່ານ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຈັດພິທີປະຖະກະຖາ 61 ປີແຫ່ງການເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແລະເລົ່າມູນເຊື້ອ ຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ

ໃນຕອນເຊົ້າວັນທີ 20 ເມສາ 2022 ຢູ່ທີ່ສະໂມສອນ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຈັດພິທີປະຖະກະຖາ 61 ປີ ແຫ່ງການເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ( 05 ເມສາ 1961-5 ເມສາ 2022 ) ແລະເລົ່າມູນເຊື້ອ ຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 63 ປີ ( 10.5.1959-10.5.2022 )…

ຂ່າວອື່ນໆ