ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ  ຮ່ວມກັບແຂວງວຽງຈັນ ເປີດບັ້ນລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ປທ ຮຸ່ນທີ XXI ຢູ່ເມືອງເຟືອງ, ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນຕາແສງ

ໃນວັນທີ 25 ກຸມພາ 2026, ທີ່ສະໂມສອນຫ້ອງວ່າການປົກຄອງເມືອງເຟືອງ ແຂວງວຽງຈັນ, ໄດ້ມີການຈັດພິທີເປີດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XXI ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງວຽງຈັນ ແລະ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປາຖະກະຖາເລົ່າມູນເຊື້ອ 77 ປີ ກອງທັບປະຊາຊົນລາວ ແລະ ສະເຫຼີມສະຫຼອງ 31 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ຢ່າງຄຶກຄື້ນ ແລະ ສະຫງ່າຜ່າເຜີຍ

ໃນຕອນແລງວັນທີ 23 ກຸມພາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດຕັ້ງພິທີອັນມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ແລະ ການເມືອງຂຶ້ນ ເຊິ່ງລວມມີການປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ແລະ ພິທີສະເຫຼີມ ສະຫຼອງວັນສ້າງຕັ້ງ ສມປຊ ຄົບຮອບ 31 ປີ (27 ກຸມພາ…

ກົມຈັດຕັ້ງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຝຶກອົບຮົມເພື່ອຍົກສູງຂີດ ຄວາມສາມາດວຽກງານຈັດຕັ້ງໃນການສ້າງພັກ-ພະນັກງານ ໃຫ້ເຂັ້ມແຂງໃນໄລຍະໃໝ່

ວຽກງານ “ຈັດຕັ້ງ-ພະນັກງານ” ຖືເປັນກົນໄກທີ່ມີຄວາມສຳຄັນສູງສຸດ ໃນການກຳນົດຊະຕາກຳ ແລະຄວາມເຂັ້ມແຂງຂອງລະບົບການເມືອງ; ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ດັ່ງນັ້ນ, ກົມຈັດຕັ້ງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດຊຸດຝຶກອົບ ຮົມວຽກງານຈັດຕັ້ງ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 4ວັນ (ແຕ່ວັນທີ 10-13 ກຸມພາ 2026) ທີ່ຣີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໃຫ້ກຽດປັນປະທານ ແລະໃຫ້ທິດຊີ້ນຳຢ່າງໃກ້ຊິດ ຂອງ…

ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢ່າງເປັນຂະບວນຄຶກຄື້ນ

ໃນວັນທີ 22 ກຸມພາ 2026 ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດການເມືອງຂອງຊາດລາວ, ທົ່ວປະເທດໄດ້ຈັດໃຫ້ມີການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V. ສະພາບບັນຍາກາດໃນທົ່ວນະຄອນຫຼວງວຽງຈັນ ແມ່ນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ແລະ ເປັນຂະບວນການຢ່າງກວ້າງຂວາງ. ໃນນັ້ນ, ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເຊິ່ງໄດ້ດຳເນີນໄປຢ່າງສົມກຽດ, ສະແດງໃຫ້ເຫັນເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນ ລະຫວ່າງການນຳຂັ້ນສູງ ແລະ…

ຂ່າວອື່ນໆ