ພິທີປິດຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ຊັ້ນກາງ ຮຸ່ນທີ XI ແລະເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I
ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຊັ້ນກາງ ຮຸ່ນທີ XI ແລະເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I ຢູ່ ແຂວງບໍ່ແກ້ວ ໃນວັນທີ 11 ມັງກອນ 2023 ທີ່ຫໍວັດທະນະທຳແຂວງ, ໂດຍການເປັນປະທານຮ່ວມມອບໃບປະກາສະນິຍະບັດໂດຍມີສະຫາຍ: ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ ແລະສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ ສມປຊ,…
ຄະນະບັນນາທິການວາລະສານທິດສະດີການເມືອງ ແລະ ການປົກຄອງ ແນະນຳທັກສະໃນການຂຽນບົດວາລະສານ
ວາລະສານທິດສະດີການເມືອງ-ການປົກຄອງແມ່ນວາລະສານໜຶ່ງທີ່ເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດ, ສະຫຼຸບດ້ານທິດສະດີ ແລະພຶດຕິກຳຂອງສະຖາບັນປະກອບສ່ວນໂຄສະນາເຜີຍແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ; ແມ່ນບົດຄົ້ນຄວ້າປະເພດໜຶ່ງເຊິ່ງຂຽນອອກມາເພື່ອເຜີຍແຜ່ຄວາມຮັບຮູ້ກ່ຽວກັບບັນຫາໃດໜຶ່ງທີ່ຜູ້ຂຽນ, ນັກວິທະຍາສາດ, ນັກຄົ້ນຄວ້າເຫັນວ່າສັງຄົມຮຽກຮ້ອງໃຫ້ອະທິຍາຍດ້ວຍຄຳຕອບ ທີ່ມີພື້ນຖານທິດສະດີໃນລະດັບອັນແນ່ນອນ. ບົດຂ່າວລົງວາລະສານທິດສະດີການເມືອງ ແລະການປົກຄອງ ໂດຍລວມແລ້ວແບ່ງອອກເປັນ 3 ປະເພດຕົ້ນຕໍຄື: ບົດຄົ້ນຄ້ວາທິດສະດີ, ບົດຄົ້ນຄວ້າພຶດຕິກຳພາຍໃນປະເທດ ແລະບົດຄົ້ນຄວ້າເຫດການພຶດຕິກຳຕ່າງປະເທດ. ສະນັ້ນ, ໃນຕອນແລງວັນທີ 6 ມັງກອນ 2023 ຄະນະບັນນາທິການວາລະສານທິດສະດີການເມືອງ ແລະ ການປົກຄອງ…
ສະຫຼຸບຂ່າວເດັ່ນ ປີ 2022 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
1). ວັນທີ 12 ມັງກອນ 2022 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເປີດກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “ວັດທະນະທຳ ກັບການພັດທະນາແບບຍືນຍົງ” ເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິກຳ ກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ ປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ເປັນລະບົບ ແລະອຸດົມສົມບູນຍິ່ງຂຶ້ນ. ໃນກອງປະຊຸມ ມີບັນດານັກວິທະຍາສາດ ໄດ້ຜ່ານບົດວິທະຍາສາດກ່ຽວກັບຫົວຂໍ້ດັ່ງກ່າວ, ຊຶ່ງເນື້ອໃນປະກອບດ້ວຍທິດສະດີ ແລະພຶດຕິກຳໃນການຈັດຕັ້ງປະຕິບັດກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງທີ່ສາມາດປະເມີນໄດ້ຜົນສຳເລັດ. 2). ວັນທີ 18…
ພິທີປິດຊຸດເຝິກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ ແລະເປີດຮຽນລະບົບເຊື່ອມຕໍ່ຊັ້ນຕົ້ນທິດສະດີການເມືອງ ແລະ ການປົກຄອງ ຮຸ່ນທີ I
ໃນວັນທີ 28 ທັນວາ 2022 ທີ່ສະໂມສອນເມືອງນາແລ ແຂວງຫຼວງນ້ຳທາ ໄດ້ມີພິທີປິດຊຸດເຝິກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ ແລະເປີດຮຽນລະບົບເຊື່ອມຕໍ່ຊັ້ນຕົ້ນທິດສະດີການເມືອງ ແລະ ການປົກຄອງ ຮຸ່ນທີ I ໃຫ້ແກ່ ພະນັກງານຫຼັກແຫຼ່ງ 3ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງເມືອງນາແລ. ພາຍໃຕ້ການເປັນປະທານ ຂອງ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ…
