ຂ່າວຫຼ້າສຸດ

ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບວຽກງານຄຸ້ມຄອງບໍລິຫານຫຼັກສູດ

ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ວຽກງານກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ມີຄຸນນະພາບໃໝ່, ໃນລະຫວ່າງວັນທີ 17-20 ກຸມພາ 2026, ກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງຊຸດຝຶກອົບຮົມໃນຫົວຂໍ້: “ຄຸ້ມຄອງບໍລິຫານຫຼັກສູດ” ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ.          ການຝຶກອົບຮົມຄັ້ງນີ້ ແມ່ນບາດກ້າວອັນສຳຄັນທາງດ້ານການເມືອງ ແລະ ວິຊາສະເພາະ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາທິດສະດີການເມືອງ ໃຫ້ສອດຄ່ອງກັບມາດຕະຖານການສຶກສາແຫ່ງຊາດ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.          ພິທີເປີດຊຸດຝຶກອົບຮົມ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີເຊື່ອມຊຶມ ເອກະສານມູນເຊື້ອການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ.

ໃນຕອນແລງວັນທີ 18 ກຸມພາ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ( ວັນທີ 1 ກຸມພາ 1956-1 ກຸມພາ2026) ເອກະສານສະຫຼຸບຖອດຖອນບົດຮຽນຜູ້ຄຸ້ມຄອງບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ແລະບັນດາແຂວງປະຈໍາປີ 2025 ແລະທິດທາງແຜນການປີ 2026, ເອກະສານການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຂີດຄວາມສາມາດດ້ານວິທີສິດສອນ ແລະການນຳໃຊ້ AI ເຂົ້າໃນວິຊາ ແນວຄິດ ໄກສອນ ພົມວິຫານ ເພື່ອກ້າວໄປສູ່ຄວາມທັນສະໄໝ

ໃນລະຫວ່າງວັນທີ 11-13 ກຸມພາ 2026, ຢູ່ທີ່ທ່າລາດ ແຂວງວຽງຈັນ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: “ວິທີສິດສອນວິຊາ ແນວຄິດ ໄກສອນ ພົມວິຫານ” ແລະ “ວິທີວິທະຍາການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການສິດສອນວິຊາ ແນວຄິດ ໄກສອນ ພົມວິຫານ”.          ກອງປະຊຸມຄັ້ງນີ້ ໄດ້ຮັບກຽດຢ່າງສູງໂດຍການເປັນປະທານ ແລະ ກ່າວເປີດຂອງ…

ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ສໍາເລັດການຝຶກອົບຮົມຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃຫ້ແກ່ຄູ-ອາຈານ ໂຮງຮຽນການເມືອງ-ການປົກຄອງ ພາກກາງ ແລະ ພາກໃຕ້, ທີ່ ແຂວງຈຳປາສັກ

ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດການຝຶກອົບຮົມຫົວຂໍ້ສະເພາະໃນຂົງເຂດເສດຖະກິດ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ)” ເຊິ່ງໄດ້ດຳເນີນມາເປັນເວລາ 5 ວັນ ຢ່າງມີເນື້ອໃນຄວາມໝາຍເລິກເຊິ່ງ ແຕ່ວັນທີ 9-13 ກຸມພາ 2026 ທີ່ຜ່ານມາ, ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຈຳປາສັກ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປທ…

ຂ່າວອື່ນໆ