ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ທີມງານລົງກໍ່ສ້າງຮາກຖານການເມືອງ ນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XXI ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈຸ 1

ໃນຕອນເຊົ້າ ຂອງວັນທີ 28 ກຸມພາ 2026 ເວລາ 7:00 ນາທີ ທີມງານລົງກໍ່ສ້າງຮາກຖານການເມືອງ ນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XXI ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈຸ 1 ຈຸ ບ້ານນາພຶງ ເມືອງເຟືອງ ແຂວງວຽງຈັນ ໄດ້ນໍາພາອົງກຈັດຕັ້ງບ້ານ ແລະພໍ່ແມ່ປະຊາຊົນພາຍໃນບ້ານນາພຶງໄດ້ສ້າງຂະບວນການອອກແຮງງານລວມ ອະນາໄມ້ເກັບຂີ້້ເຫຍື້ອຕາມເສັ້ນທາງຫຼວງ ໃນຂອບເຂດບ້ານຮັບຜິດຊອບ, ຕາມເສັ້ນທາງສອຍເຂົ້າພາຍໃນບ້ານ ເພື່ອເຮັດໃຫ້ບໍລິເວນດັ່ງກ່າວມີຄວາມລະບຽບ ຮຽບຮ້ອຍ, ສວຍສົດງົດງາມສະອາດ ແລະຈົບງາມພາຍໃນ ຂອບເຂດບ້ານ ຢ່າງມີຄວາມຫາວຫັນ ແລະ…

ທິມງານລົງກໍ່ສ້າງຮາກຖານການເມືອງໜ່ວຍ 2 ປທ ຮຸ່ນທີ່ XXI ຫ້ອງ ຂ ບ້ານ ໂພນທອນ ເມືອງເຟືອງ, ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມບ້ານ

ໃນວັນທີ 28 ກຸມພາ 2026ຢູ່ຫ້ອງການ ບ້ານ ໂພນທອນ ເມືອງເຟືອງ, ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ບ້ານໂດຍເປັນປະທານໂດຍ: ສະຫາຍ ບຸນຊູ ອິນທະວົງ ເລຂາຄະນະພັກ-ນາຍບ້ານ ໂພນທອນ, ມີສະຫາຍ ປທ ນ ນຸດສີດາ ພິມມະຈັນ ຮອງຫົວໜ້າພາກວິຊາຂົນຂວາຍ ແລະກໍ່ສ້າງຮາກຖານ, ຫົວໜ້າທິມງານໜ່ວຍ 2ບ້ານໂພນທອນ, ມີທິມງານນັກສຶກສາທີລົງກໍ່ສ້າງຮາກຖານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ 132ທ່ານ 65 ທ່ານ. ຂະບວນການອອກແຮງງານໃນຄັ້ງນີ້ໄດ້ພ້ອມກັນອະນາໄມເກັບຂີ້ເຫຍື້ອ…

ນັກສຶກສາປະລິນຍາໂທ ຮຸ່ນທີ XXI ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ໃນຕອນເຊົ້າ ວັນທີ 26 ກຸມພາ 2026 ໄດ້ມີພິທີພົບປະ ລະຫວ່າງ ນັກສຶກສາປະລິນຍາໂທ ຮຸ່ນທີ XXI ກັບຄະນະ ບ້ານນາມົນ ທີ່ຫ້ອງການປົກຄອງບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ, ເຂົ້າຮ່ວມໃນພິທີພົບປະມີຄະນະພັກ-ອຳນາດການປົກຄອງບ້ານນາມົນ, ຄູ-ອາຈານ, ນັກສຶກສາປະລິນ ຍາໂທຮຸ່ນທີ XXI (ຫ້ອງ ຂ, ໜ່ວຍທີ 4) ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລວມຜູ້ເຂົ້າຮ່ວມທັງໝົດ 13 ທ່ານ,…

ນັກຂ່າວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຍົກລະດັບເຕັກນິກການຜະລິດຂ່າວ ເພື່ອຮັບໃຊ້ໜ້າທີ່ການເມືອງໃນຍຸກດິຈິຕອນ

ໃນຍຸກສະໄໝທີ່ຂໍ້ມູນຂ່າວສານປຽບເໝືອນສະໜາມຮົບທາງດ້ານແນວຄິດ, ວຽກງານສື່ມວນຊົນຈຶ່ງບໍ່ແມ່ນພຽງແຕ່ການລາຍງານເຫດການທົ່ວໄປ, ແຕ່ຄື “ກະບອກສຽງ” ແລະ “ອາວຸດທາງປັນຍາ” ອັນແຫຼມຄົມ ທີ່ເຮັດໜ້າທີ່ປົກປ້ອງແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງເຕົ້າໂຮມຄວາມສາມັກຄີຂອງປວງຊົນ. ດ້ວຍເຫດນີ້, ການຍົກລະດັບຄວາມສາມາດໃຫ້ແກ່ນັກຂ່າວ ດ້ານຂໍ້ມູນຂ່າວສານ ຈຶ່ງເປັນວຽກງານຍຸດທະສາດທີ່ສຳຄັນຍິ່ງ. ຫຼ້າສຸດ, ໃນລະຫວ່າງວັນທີ 24-26 ກຸມພາ 2026 ທີ່ຜ່ານມາ, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ຫ້ອງຮຽນຂົງຈື້ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ເປັນເຈົ້າພາບຈັດຊຸດຝຶກອົບຮົມຍົກລະດັບເຕັກນິກການຜະລິດຂ່າວຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຊີ້ນຳໂດຍ ທ່ານ ນາງ ສິມມະນີ ແກ້ວແກ່ນ…

ຂ່າວອື່ນໆ