ຂ່າວຫຼ້າສຸດ

ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ

ກອງປະຊຸມປະກອບຄິດເຫັນໃສ່ບົດວິທະຍາສາດ ໃນຂົງເຂດວຽກງານ 3 ອົງການຈັດຕັ້ງມະຫາຊົນ

ໃນລະຫວ່າງວັນທີ 1 ແລະ ວັນທີ 6 ກຸມພາ ປີ 2023 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດ ໃນຂົງເຂດວຽກງານແມ່ຍິງ ແລະວຽກງານຊາວໜຸ່ມ ຄື: ວັນທີ 01/02/2023 ພາຍໃຕ້ການເປັນປະທານ ຂອງທ່ານ ປອ ນາງ ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊື່ອມຊຶມເອກະສານ ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023)

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊື່ອມຊຶມເອກະສານ ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໃນຕອນເຊົ້າວັນທີ 6 ກຸມພາ 2023 ​ໂດຍ​ການ​ເຜີຍ​ແຜ່​ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ເຂົ້າຮ່ວມມີ ພະນັກງານ, ຄູ-ອາຈານ…

ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຮັບສະມາຊິກພັກໃໝ່

         ໃນຕອນເຊົ້າວັນທີ 2 ກຸມພາ 2023 ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງ ການຄົ້ນຄວ້າວິທະຍາສາດ ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກໃໝ່ 2 ສະຫາຍ, ຍິງ 1 ສະຫາຍ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຮອງຫົວໜ້າ ສມປຊ ແລະ ທ່ານ ປອ ນ. ໄກສອນ ຈັນສີນາ…

ພິທີ​ປິດຊຸດຮຽນ ການ​ສຶກສາ ລະບົບ​ຊັ້ນ​ສູງ​ເລັ່ງລັດ 5 ​ເດືອນ​ ຮຸ່ນ​ທີ XXXI ແລະ ນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XVI

ອີງຕາມຜົນສຳເລັດ ຂອງຫຼັກສູດຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ແລະ ຫຼັກສູດລະບົບປະລິນຍາໂທການເມືອງ-ການປົກຄອງ ຮຸ່ນທີ XVI ຂອງສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ສົກປີ 2022-2023, ສມປຊ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃນວັນທີ 3 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ…

ຂ່າວອື່ນໆ