ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ລາຍງານເພີ່ມ: “ເພີ່ມທະວີການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງ ໃນການບໍລິຫານລັດ ໄລຍະໃໝ່”ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະຫຼຸບ ແລະ ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ພາຍໃຕ້ຫົວຂໍ້ “ບັນຫາທິດສະດີ ແລະພຶດຕິກຳໃໝ່” ຄະນະຄູ-ອາຈານ ແລະນັກສຶກສາໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໄປທັດສະນະສຶກສາ ແລະແລກປ່ຽນບົດຮຽນຢູ່ແຂວງວຽງຈັນ.

ໂຮງຮຽນການເມືອງ ​ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງລະບົບຂັ້ນຕົ້ນ​ຮຸ່ນທີ I ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ ແລະສືບຕໍ່ເປີດຊຸດຮຽນທິດສະດີການເມືອງລະບົບຂັ້ນກາງ

ຊຸດຮຽນລະບົບຂັ້ນຕົ້ນຮຸ່ນທີ I ໄດ້ຮັບການອະນຸມັດເປີດຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໄດ້​ຈັດ​ພິ​ທີເປີດການຮຽນ-ການສອນຂຶ້ນຢ່າງເປັນທາງການ ໃນວັນທີ 6 ກຸມພາ 2023 ຊຶ່ງໄດ້ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ໄລຍະ 3 ເດືອນ ຊຶ່ງຄົບຕາມຫຼັດສູດ. ສະນັ້ນ, ມາໃນວັນທີ 25 ພຶດສະພາ 2023 ໂຮງຮຽນການເມືອງ​ ແລະ ການປົກຄອງແຂວງອຸດົມໄຊ ຈຶ່ງໄດ້ຈັດພິທີສະຫຼຸບ ແລະປິດຊຸດຮຽນນັກ​ສຶກສາ​ລະບົບ​ຂັ້ນ​ຕົ້ນ ໃຫ້ກຽດເປັນປະທານໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ…

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບຊັ້ນຕົ້ນ ຮຸ່ນທີ III ເມືອງປາກລາຍ ແຂວງໄຊຍະບູລີ

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ III ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງປາກລາຍ; ເປັນກຽດເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ທ່ານ ກອງສີ ວົງສີ ກຳມະການພັກແຂວງໄຊຍະບູລີ ເຈົ້າເມືອງເມືອງປາກລາຍ, ມີທ່ານ ບຸນຍອງ ອາລິລັກ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ທີ່ ສະຖາບັນການປົກຄອງແຂວງກວາງຊີ, ສປ ຈີນ

ກອງປະຊຸມສໍາມະນາແລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດຕິກໍາ ໃນການນໍາພາ-ຊີ້ນໍາ ຂອງພັກກອມມູນິດຈີນ ແລະພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືໃນການຂຽນບົດວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນການປົກຄອງແຂວງກວາງຊີ, ສປ.ຈີນ ພາຍໃຕ້ຫົວຂໍ້: “ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ ແລະຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ”. ເພື່ອເປັນການຜັນຂະຫຍາຍແຜນການຮ່ວມມືຂອງສອງຝ່າຍ ຈຶ່ງໄດ້ເປີດກອງປະຊຸມສຳມະນາ ໃນວັນທີ 23 ພຶດສະພາ 2023 ທີ່ ສະຖາບັນການປົກຄອງແຂວງກວາງຊີ, ສປ ຈີນ. ນຳພາຄະນະໂດຍ:…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານຄູປະຈຳຫ້ອງ

ວຽກງານຄູປະຈຳຫ້ອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນວຽກງານໜຶ່ງທີ່ເປັນເສນາທິການໃຫ້ແກ່ກົມຄຸ້ມຄອງການຮຽນ-ການສອນ ກໍຄືການຈັດຕັ້ງທຸກພາກສ່ວນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໄດ້ຮັບການນຳພາ-ຊີ້ນຳຢ່າງໃກ້ຊິດ ຈາກກົມຄຸ້ມຄອງການຮຽນ-ການສອນ, ໃນພິທີດັ່ງກ່າວ, ເປັນປະທານໃນກອງປະຊຸມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2022-2023…

ຂ່າວອື່ນໆ