ວຽກງານຄູປະຈຳຫ້ອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນວຽກງານໜຶ່ງທີ່ເປັນເສນາທິການໃຫ້ແກ່ກົມຄຸ້ມຄອງການຮຽນ-ການສອນ ກໍຄືການຈັດຕັ້ງທຸກພາກສ່ວນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໄດ້ຮັບການນຳພາ-ຊີ້ນຳຢ່າງໃກ້ຊິດ ຈາກກົມຄຸ້ມຄອງການຮຽນ-ການສອນ, ໃນພິທີດັ່ງກ່າວ, ເປັນປະທານໃນກອງປະຊຸມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2022-2023 ປະກອບມີຄູປະຈຳຫ້ອງ 43 ຄົນ, ຍິງ 19 ຄົນ. ໃນນັ້ນ, ວຸດທິການສຶກສາ ປະລິນຍາເອກ 06 ຄົນ, ປະລິນຍາໂທ 15 ຄົນ, ປະລິນຍາຕີ 22 ຄົນ, ມີ 28 ຫ້ອງຮຽນ, ຜ່ານການຈັດຕັ້ງປະຕິບັດໃນສົກຮຽນຜ່ານມາການປະຕິບັດຫຼັກສູດການຮຽນ-ການສອນ ແລະລະບຽບການຕ່າງໆຂອງ ສມປຊ ວາງອອກເຫັນວ່າຄູປະຈໍາຫ້ອງຫຼາຍຄົນ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະມີຜົນສໍາເລັດຫຼາຍດ້ານ ຊຶ່ງສະແດງອອກ ຄູປະ ຈຳຫ້ອງແຕ່ລະຄົນມີແນວຄິດທຸ່ນທ່ຽງ ເອົາໃຈໃສ່ໃນຄຸ້ມຄອງ-ບໍລິຫານຫ້ອງຮຽນຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ມີຄວາມສາມັກຄີຮັກແພງກັບນັກສຶກສາພາຍໃນຫ້ອງ ແລະຄູ-ອາຈານ ໃນສະຖາບັນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະເຮັດໜ້າທີ່ເຜີຍແຜ່ນິຕິກຳເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄູປະຈຳຫ້ອງ ຂອງນັກສຶກສາ, ຂໍ້ກໍານົດວ່າດ້ວຍຄູ ປະຈຳຫ້ອງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍປະສານສົມທົບກັບຄະນະພັກ-ຄະນະຫ້ອງ ທີ່ຖືກແຕ່ງຕັ້ງຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່, ຂໍ້ກໍານົດ, ກົດລະບຽບ, ວຽກງານຂະບວນການຕ່າງໆ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ, ເຂົ້າຮ່ວມກອງປະຊຸມຂອງຫ້ອງ, ລວມຫ້ອງໃນແຕ່ລະໄລຍະດ້ວຍຄວາມຮັບຜິດຊອບສູງ ແລະມີການພົວພັນຢ່າງສະໜິດແໜ້ນ ກັບຄູປະຈຳວິຊາ ແລະກົມຄຸ້ມຄອງການຮຽນ-ການສອນ.

         ນອກນັ້ນ, ຜ່ານການຈັດຕັ້ງປະຕິບັດຜ່ານມາ ພາຍໃຕ້ການນຳພາ ຂອງຄູປະຈຳຫ້ອງ ໄດ້ຕິດຕາມ, ກວດກາ, ຊຸກຍູ້ຫ້ອງຮຽນຂອງຕົນເຄື່ອນໄຫວຕາມຫຼັກສູດການຮຽນ-ການສອນ ດ້ວຍຄວາມຮັບຜິດຊອບສູງ ແລະຫ້າວຫັນປະຕິບັດຕາມຕາຕະລາງຮຽນແຕ່ລະອາທິດຢ່າງຄົບຖ້ວນ, ການຂື້ນຫ້ອງ-ລົງຫ້ອງເປັນປົກກະຕິ, ການນຸ່ງຖືເປັນລະບຽບດີ, ພາຍໃນຫ້ອງມີຄວາມຈົບງາມ ແລະຮຽບຮ້ອຍດີ. ຄູປະຈຳຫ້ອງໄດ້ເອົາໃຈໃສ່ຕິດຕາມ, ລາຍງານສະພາບການຕ່າງໆ ກ່ຽວກັບນັກສຶກສາໃຫ້ກົມຄຸ້ມຄອງການຮຽນ-ການສອນ ເຊັ່ນ: ເວລາເຈັບເປັນກະທັນຫັນ, ເກີດອຸປະຕິເຫດ, ລາພັກ ແລະອື່ນໆ.

         ປະທານກອງປະຊຸມ ໄດ້ສະຫຼຸບໃຫ້ທິດຊີ້ນຳວຽກງານຄູປະຈຳຫ້ອງຈົ່ງເພີ່ມທະວີຄວາມເປັນເຈົ້າການ, ຮັບຜິດຊອບຕິດຕາມ-ກວດກາເປັນເສນາທິການ ໃຫ້ກົມຄຸ້ມຄອງການຮຽນ-ການສອນໃຫ້ທັນສະພາບການ ແລະຄູປະຈຳຫ້ອງ ເພີ່ມທະວີການພົວພັນຢ່າງສະໜິດແໜ້ນກັບ ນັກສຶກສາ ເພື່ອຊ່ວຍຕິດຕາມ ສະພາບການເຄື່ອນໄຫວຂຶ້ນຫ້ອງລົງຫ້ອງຂອງນັກສຶກສາ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນວັນທີ 19 ພຶດສະພາ 2023 ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ ເວລາ 16:00

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ