ກອງປະຊຸມສໍາມະນາແລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດຕິກໍາ ໃນການນໍາພາ-ຊີ້ນໍາ ຂອງພັກກອມມູນິດຈີນ ແລະພັກປະຊາຊົນ ປະຕິວັດລາວ  ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືໃນການຂຽນບົດວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນການປົກຄອງແຂວງກວາງຊີ, ສປ.ຈີນ ພາຍໃຕ້ຫົວຂໍ້: “ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ ແລະຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ”.

         ເພື່ອເປັນການຜັນຂະຫຍາຍແຜນການຮ່ວມມືຂອງສອງຝ່າຍ ຈຶ່ງໄດ້ເປີດກອງປະຊຸມສຳມະນາ ໃນວັນທີ 23 ພຶດສະພາ 2023 ທີ່ ສະຖາບັນການປົກຄອງແຂວງກວາງຊີ, ສປ ຈີນ. ນຳພາຄະນະໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະ 5 ທ່ານ ແລະເປັນກຽດຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮູຈຽນຫົວ ຮອງຫົວໜ້າສະຖາບັນການປົກຄອງແຂວງກວາງຊີ ພ້ອມດ້ວຍຄະນະ 7 ທ່ານ.

ໃນລະຫວ່າງ ກອງປະຊຸມ, ນັກວິທະຍາສາດ 2 ຝ່າຍ ໄດ້ພັດປ່ຽນກັນຜ່ານບົດສຳມະນາ ຊຶ່ງໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນອຸດົມສົມບູນ ແລະມີຄວາມຮັບຜິດຊອບສູງ ບັນດານັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມໄດ້ສຸມຈິດສຸມໃຈຮັບຟັງ ແລະພ້ອມກັນປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນທັງໝົດ 6 ຫົວຂໍ້ຄື:

  1. ສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດ ຂອງປະຊາຊົນຢູ່ ສປປ ລາວ ຂຽນໂດຍ: ທ່ານ ປອ ຄໍາໃບ ມາລາສິງ;
  2. ພັກນຳພາ ວຽກງານແນວຄິດທິດສະດີໃນເງື່ອນໄຂໃໝ່ ຂຽນໂດຍ: ທ່ານ ປອ. ຄຳມອນ ຈັນທະຈິດ,
  3. ສ້າງການຫັນປ່ຽນຢ່າງແຂງແຮງ ແລະເລິກເຊິ່ງໃນວຽກງານພະນັກງານ ຢູ່ ສປປ ລາວ ຂຽນໂດຍ: ທ່ານ ປທ ນ ພອນໄຊ ລາດຊະວົງ;
  4. ສືບຕໍ່ຍຶດໝັ້ນໂລກະທັດ ແລະວິທີວິທະຍາຂອງລັດທິມາກ ຂຽນໂດຍ: ທ່ານ ສຈ. ປອ. ຫຼີກວາງຊີ້;
  5. ກຳແໜ້ນພາລະໜ້າທີ່ແຫ່ງການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ ຂຽນໂດຍ: ທ່ານ. ຊຸຍຈິ້ນຜີນ;
  6. ເລັ່ງລັດສ້າງສະພາບການພັດທະນາແບບໃໝ່ ອອກແຮງຊຸກຍູ້ການພັດທະນາໃຫ້ມີຄຸນນະພາບສູງ ຂຽນໂດຍ: ທ່ານ ຮສ. ຫວງເຈີ່ງເຈີ້.

ຊຶ່ງໃນ 6 ຫົວຂໍ້ດັ່ງກ່າວ, ໄດ້ມີຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະພຶດຕິກໍາທີ່ມີຊີວິດຊີວາ, ມີຄວາມໝາຍສໍາຄັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ ໃຫ້ເຂົ້າສູ່ລ່ວງເລິກ, ເປັນຮູບປະທຳ ແລະແທດເໝາະກັບສະພາບຕົວຈິງ. ບັນດາເນື້ອໃນບົດປະກອບຄຳເຫັນ ທີ່ນັກວິທະຍາສາດໄດ້ນຳສະເໜີຕໍ່ກອງປະຊຸມ ແມ່ນມີຄວາມອຸດົມສົມບູນ ສ້າງຄວາມກະຈ່າງແຈ້ງໃນຫຼາຍບັນຫາ, ການວິເຄາະວິໄຈແຕ່ລະບັນຫາ ເຫັນວ່າມີວິທີວິທະຍາທີ່ຊັດເຈນ ໂດຍນຳໃຊ້ວິທີສັດຈະວິພາກວັດຖຸນິຍົມຂອງລັດທິມາກ-ເລນິນ, ວິທີວິທະຍາການຄົ້ນຄວ້າທິດສະດີ ແລະພຶດຕິກຳ, ວິທີປະຫວັດສາດ, ວິທີໂລຊິກສາດທີ່ສອດຄ່ອງ.

ໃນຕອນທ້າຍກອງປະຊຸມ ທັງສອງຝ່າຍໄດ້ສະຫຼຸບສັງລວມວ່າ: ກອງປະຊຸມສໍາມະນາຄັ້ງນີ້ ແມ່ນບາດກ້າວອັນສຳຄັນຂອງການຮ່ວມມືສອງສະຖາບັນທີ່ໄດ້ປະສົບຜົນສໍາເລັດຢ່າງຈົບງາມໃນການຮ່ວມມືການຂຽນບົດວິທະຍາສາດທີ່ສ່ອງແສງໃຫ້ເຫັນຜົນສໍາເລັດທີ່ໃຫຍ່ຫຼວງ ແລະຮອບດ້ານທີ່ມີລັກສະນະປະຫວັດສາດຂອງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຈີນ.

ທ່ານ ປທ ນ. ບຸນມີ ຈຸນລະຈັກ ມອບຂອງທີລະນຶກ ໃຫ້ ທ່ານ ຮູຈຽນຫົວ ຮອງຫົວໜ້າສະຖາບັນການປົກຄອງແຂວງກວາງຊີ

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນັກຂ່າວ, ສະຖາບັນການປົກຄອງແຂວງກວາງຊີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ