ຊຸດຮຽນລະບົບຂັ້ນຕົ້ນຮຸ່ນທີ I ໄດ້ຮັບການອະນຸມັດເປີດຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໄດ້​ຈັດ​ພິ​ທີເປີດການຮຽນ-ການສອນຂຶ້ນຢ່າງເປັນທາງການ ໃນວັນທີ 6 ກຸມພາ 2023 ຊຶ່ງໄດ້ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ໄລຍະ 3 ເດືອນ ຊຶ່ງຄົບຕາມຫຼັດສູດ. ສະນັ້ນ, ມາໃນວັນທີ 25 ພຶດສະພາ 2023 ໂຮງຮຽນການເມືອງ​ ແລະ ການປົກຄອງແຂວງອຸດົມໄຊ ຈຶ່ງໄດ້ຈັດພິທີສະຫຼຸບ ແລະປິດຊຸດຮຽນນັກ​ສຶກສາ​ລະບົບ​ຂັ້ນ​ຕົ້ນ ໃຫ້ກຽດເປັນປະທານໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ສະຫາຍ ມໍຊົງ ຄະນະປະຈຳພັກແຂວງອຸດົມໄຊ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະສະຫາຍ ປທ ນ. ສົມໃຈ ພົນທອງສີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ ແລະຕາງໜ້າພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

         ໃນພິທີ ສະຫາຍ ປທ ນ. ສົມໃຈ ພົນທອງສີ ໄດ້ສະຫຼຸບລາຍງານຕະຫຼອດໄລຍະ 3 ເດືອນ ຂອງການຮຽນ-ການສອນ ຊຶ່ງຊຸດນີ້ກໍໄດ້ແບ່ງຄວາມຮັບຜິດ ຊອບຕາມແຕ່ລະໜ້າວຽກງານຄື: ວຽກງານການເມືອງແນວຄິດ, ວຽກງານບໍລິຫານການເງິນ, ວຽກງານຂະບວນການ, ວຽກງານປ້ອງກັນຄວາມສະຫງົບ, ຄະນະພັກ, ຄະນະໂຮງຮຽນກໍ່ໄດ້ເອົາໃຈໃສ່ໃກ້ຊິດຕິດແທດຢ່າງເປັນປະຈຳໂດຍສະເພາະໄດ້ແຕ່ງຕັ້ງຄູປະຈຳຫ້ອງ ແລະຄະນະຫ້ອງເພື່ອຕິດຕາມ, ກວດກາ ແລະຄຸ້ມຄອງໂຄງການຫຼັກສູດ ກໍຄືການຄົ້ນຄວ້າຮ່ຳຮຽນໄດ້ມີຜົນສຳເລັດເປັນຢ່າງດີ.

         ນອກຈາກການສຶກສາໃນຫ້ອງຮຽນ ນັກສຶກສາໄດ້ປະກອບສ່ວນວຽກງານການເມືອງ, ເຂົ້າຮ່ວມຮັບຟັງການປາຖະກະຖາວັນ​ສໍາຄັນ​ຕ່າງໆຂອງ​ຊາດ, ຂອງ​ພັກຖືເອົາການຄົ້ນຄວ້າຮໍ່າຮຽນທິດສະດີຕິດພັນກັບການເຊື່ອມຊຶມມະຕິ XI ຂອງພັກ ແລະເອກະສານທີ່ສໍາຄັນຕ່າງໆ ຊຶ່ງເຮັດນັກສຶກສາໄດ້ຮັບຮູ້ ແລະເຊື່ອມຊຶມຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງໂຮງຮຽນວາງອອກເປັນຢ່າງດີ ແລະການສິດສອນຂອງຄູ-ອາຈານໄດ້ຫັນໄປສູ່ວິທີສິດສອນແບບຕັ້ງໜ້າ, ປະສົມປະສານກັບການສິດສອນທີ່ເປັນມູນເຊື້ອໄດ້ດີພໍສົມຄວນ, ນໍາໃຊ້ວິທີການບັນລະຍາຍ, ອະທິບາຍສົມທຽບພຶດຕິ​ກໍາ, ຍົກ​ບັນຫາ​ຂຶ້ນ​ສົນທະນາ​ພາຍ​ໃນ​ຫ້ອງ, ສົນທະນາເປັນກຸ່ມ ແລະວິທີການອື່ນໆອັນໄດ້ເຮັດໃຫ້ນັກສຶກສາມີຄວາມຕັ້ງ​ໃຈຕໍ່ການບັນລະຍາຍ ​ແລະ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່ກັບ​ເນື້ອ​ໃນ​ບົດ​ຮຽນ​ໄດ້​ຫຼາຍຂຶ້ນ. ສັງລວມແລ້ວການສຶກສາຄົ້ນຄວ້າຮ່ຳຮຽນຂອງນັກສຶກສາໃນຊຸດນີ້ ແຕ່ລະສະຫາຍລ້ວນແຕ່ຍາດໄດ້ຄະ​ແນນ​ໃນລະດັບດີ, ດີຫຼາຍ​ ແລະ​ດີ​ເລີດຊື່ງສະແດງອອກດັ່ງລຸ່ມນີ້:

– ​ເກຼດ A ມີ 15 ສະຫາຍ, ຍິງ 9 ສະຫາຍ

– ເກຼດ B+ ມີ 35 ສະຫາຍ, ຍິງ 4 ສະຫາຍ.

– ເກຼດ B ມີ 5 ສະຫາຍ.

ເພື່ອເປັນການຢັ້ງຢືນໝາກຜົນການຄົ້ນຄ້ວາ, ຮໍ່າຮຽນຂອງສຶກສາຕະຫຼອດໄລຍະ 3 ເດືອນ ສະຫາຍ ປທ ນ. ປທ ນ. ສົມໃຈ ພົນທອງສີ ໄດ້ເປັນກຽດມອບໃບຢັ້ງຢືນທິດສະດີຂັ້ນຕົ້ນໃຫ້ຊຸດຮຽນດັ່ງກ່າວຢ່າງສົມກຽດ ແລະໃນພິທີໄດ້ຖືເອົາໂອກາດດັ່ງກ່າວເພື່ອສືບຕໍ່ເປີດຊຸດຮຽນທິດສະດີຂັ້ນກາງ ຮຸ່ນທີ I ຂຶ້ນຢ່າງເປັນທາງການ, ຊຸດຮຽນນີ້ມີຜູ້ເຂົ້າຮຽນຈຳນວນ 52 ສະຫາຍ, ຍິງ 6 ສະຫາຍ ຊຶ່ງເປັນແຜນການກໍ່ສ້າງພະນັກງານນໍາພາ​ຄຸ້ມ​ຄອງ, ນາຍ​ທະຫານ ​ແລະ​ນາຍ​ຕໍາຫຼວດທີ່​ພວມ​ດໍາລົງ​ຕໍາ​ແໜ່​ງບໍ​ລິ​ຫານ​ປະ​ເພດ 4 ​ແລະ​ປະ​ເພດ 5 ຢູ່​ອົງການ​ຈັດ​ຕັ້ງ​ພັກ-ລັດ ​ແລະອົງການ​ຈັດ​ຕັ້ງ​ມະຫາຊົນທັງນີ້ເພື່ອເປັນການຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດທາງ​ດ້ານ​ທິດ​ສະ​ດີກາ​ນ​ເມືອງ, ​ແນວ​ຄິດ ​ໄກສອນ ພົມວິຫານ, ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ການ​ຄຸ້ມ​ຄອງລັດ, ​ເຮັດ​ໃຫ້​ພະນັກງານມີ​ແນວ​ຄິດ​​ຫຼັກ​ໝັ້ນ​ຊົນ​ຊັ້ນ​ກໍາມະກອນ, ມີ​ແນວ​ຄິດ​ເຊື່ອ​ໝັ້ນ​ຕໍ່ການ​ນໍາພາ​ຂອງ​ພັກ, ​ຕໍ່ອຸດົມ​ການກໍ​ຄື​ພາລະກິດ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫຼັກການຂອງ​ພັກ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່ປະ​ເທດ​ຊາດ, ມີ​ຄວາມ​ຫ້າວຫັນ​ເປັນ​ແບບຢ່າງ​ໃນ​ທຸກ​ວຽກງານ, ​ເຮັດ​ໃຫ້ການ​ປະຕິບັດ​ໜ້າ​ທີ່​ວຽກງານ​ນັບ​ມື້​ນັບ​ມີ​ຄຸນ​ນະພາ​ບສູງ​ຂຶ້ນ. ຫຼັງຈາກນັ້ນ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກໍໄດ້ມີຄໍາເຫັນໂອລົມຕໍ່ພິທີ ແລະໃຫ້ທິດຊີ້ນຳດັ່ງນີ້:

I. ຕໍ່ກັບນັກສຶກສາທິ່ສຳເລັດລະບົບຂັ້ນຕົ້ນຮຸ່ນທີ I:

  1. ໃຫ້ທົບທວນຄືນຢ່າງເປັນລະບົບກ່ຽວກັບບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ ຊຶ່ງເປັນການປະ ກອບໂລກະທັດປະຕິວັດ, ວິທະຍາສາດ, ກຳແໜ້ນເຊື່ອມຊຶມເລິກເຊິ່ງກວ່າເກົ່າຕໍ່ບັນດາທັດສະນະແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ບັນດາສະຫາຍຕ້ອງໄດ້ປັບປຸງແນວຄິດ ແລະທັດສະນະການເມືອງໄດ້ດີຂຶ້ນຕື່ມອີກບາດກ້າວໜຶ່ງ, ເປັນຕົ້ນແມ່ນການຍົກສູງຄຸນສົມບັດສິນທຳປະຕິວັດ, ຫຼັກໝັ້ນຊົນຊັ້ນກຳມະກອນ, ຈຳແນກມິດ-ສັດຕູຈະແຈ້ງ, ເຊື່ອມຊຶມ ແລະເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະພາລະກິດປ່ຽນແປງໃໝ່ຢູ່ປະເທດເຮົາ ພ້ອມນີ້ກໍປຸກລະດົມໄດ້ແນວຄິດຫ້າວຫັນ, ປະດິດສ້າງ ແລະຕີຖອຍແນວຄິດຫຍໍ້ທໍ້ຕ່າງໆ;
  2. ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການເຄື່ອນໄຫວ ແລະການດຳລົງຊີວິດອັນປອດໃສຂາວສະ ອາດ, ມີຄວາມສາມາດຄິດຫງໍາກ່ຽວກັບວິທີການ, ມາດຕະການຕົວຈິງເພື່ອຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ຂໍ້ກໍານົດກົດໝາຍຂອງລັດໃຫ້ປະກົດຜົນເປັນຈິງຢູ່ໃນຂະແໜງການ ແລະວຽກງານທີ່ຕົນຮັບຜິດຊອບ;
  3. ແຕ່ລະສະຫາຍຜູ້ສຶກສາຮ່ຳຮຽນໄດ້ຖືໂອກາດນີ້ເປັນການເຝິກຝົນຫຼໍ່ຫຼອມຕົນເອງໄປພ້ອມໆກັນກັບການຍາດແຍ່ງເອົາຄວາມຮູ້ທາງດ້ານທິດສະດີ ແລະທັງພຶດຕິກຳເປັນການເຝິກຝົນຊຶ່ງມັນໄດ້ເຮັດໃຫ້ ແຕ່ລະສະຫາຍມີການຫັນ ປ່ຽນຢ່າງຈະແຈ້ງດັ່ງທີ່ສະແດງອອກໃນຜົນການຮ່ຳຮຽນ, ພ້ອມກັນນັ້ນ, ກໍໄດ້ມີໂອກາດແລກປ່ຽນບົດຮຽນໃນການຈັດຕັ້ງນໍາພາ, ແລກປ່ຽນຄວາມຄິດຄວາມເຫັນທີ່ເປັນຜົນດີໃນການຈັດຕັ້ງປະຕິບັດວຽກງານສະເພາະໜ້າ ແລະຍາວນານເພື່ອສືບຕໍ່ປະສານສົມທົບແລກປ່ຽນບົດຮຽນເຊິ່ງກັນ ແລະກັນຢ່າງເປັນປະຈຳ.

II. ຕໍ່ກັບຊຸດຮຽນທິດສະດີຂັ້ນກາງ ຮຸ່ນທີ I:

  1. ບັນດານັກສຶກສາທີ່ໄດ້ຄັດເລືອກເຂົ້າມາຄົ້ນຄວ້າຮໍ່າຮຽນທິດສະດີ ຂັ້ນກາງຊຸດທາອິດນີ້ແມ່ນຄວາມຕັດ ສິນໃຈສູງຂອງຄະນະພັກຂັ້ນຕ່າງໆ. ດັ່ງນັ້ນ, ການຮ່ຳຮຽນຂອງບັນດາສະຫາຍໃຫ້ປະຕິບັດລະບຽບວິໄນຂອງການຮຽນຢ່າງເຂັ້ມງວດ; ຕ້ອງເຂົ້າໃຈວ່າຢູ່ແຕ່ລະບ່ອນແມ່ນມີລະບຽບໃນການຄຸ້ມຄອງອັນສະເພາະ, ບັນດາ ສະຫາຍມາຈາກຫຼາຍພາກ ສ່ວນຈິ່ງຕ້ອງໄດ້ພະຍາຍາມເໜັ້ນໃນການປະຕິບັດລະບຽບວິໃນ, ການຢູ່ຮ່ວມກັນຫຼາຍຄົນ, ສ້າງຄວາມສາມັກຄີຮັກແພງ, ແລກປ່ຽນປະສົບການ ແລະການຊ່ວຍເຫຼືອເຊິ່ງກັນແລະກັນ;
  2. ພວກສະຫາຍຕ້ອງຮັບຮູ້ຢ່າງເລິກເຊິ່ງຕໍ່ກັບຄວາມຮັບຜິດຊອບ ແລະໜ້າທີ່ຂອງຕົນ. ນີ້ເປັນໂອກາດອັນໃຫຍ່ຫຼວງໃຫ້ບັນດາສະຫາຍໄດ້ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ຍົກລະດັບທາງດ້ານການປະຕິບັດໜ້າທີ່, ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ;
  3. ພວກສະຫາຍຕ້ອງຮຽນຢ່າງເຂັ້ມງວດ, ອ່ານໃຫ້ເລິກ, ຄົ້ນຄວ້າໃຫ້ແທດເຖິງ, ມີຄວາມມັກຮັກໃນການອ່ານ, ໃນການຄົ້ນຄວ້າ, ຮຽນດ້ວຍຄວາມຮັບຜິດຊອບແທ້ໆ. ທັງຮຽນທິດສະດີທັງຄົ້ນຄວ້າພຶດຕິກຳ, ເອົາທິດສະດີເຍືອງໃສ່ພຶດຕິກຳ, ໄປແກ້ບັນຫາທີ່ຕັ້ງຂຶ້ນໃນພຶດຕິກໍາຕົວຈິງ; ເພີ່ມທະວີການຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ຄົ້ນຄວ້າດ້ວຍຕົນເອງຫຼາຍຂຶ້ນ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ
ບັນນາທິການ: ປທ ບຸນປັນ ສຸມຸນທອງ