ຂ່າວຫຼ້າສຸດ

ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກິດຈະກຳຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ ຢ່າງຄຶກຄື້ນ

ນັກສຶກສາປະລິນຍາໂທ ຮຸ່ນທີ XXI ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ໃນຕອນເຊົ້າ ວັນທີ 26 ກຸມພາ 2026 ໄດ້ມີພິທີພົບປະ ລະຫວ່າງ ນັກສຶກສາປະລິນຍາໂທ ຮຸ່ນທີ XXI ກັບຄະນະ ບ້ານນາມົນ ທີ່ຫ້ອງການປົກຄອງບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ, ເຂົ້າຮ່ວມໃນພິທີພົບປະມີຄະນະພັກ-ອຳນາດການປົກຄອງບ້ານນາມົນ, ຄູ-ອາຈານ, ນັກສຶກສາປະລິນ ຍາໂທຮຸ່ນທີ XXI (ຫ້ອງ ຂ, ໜ່ວຍທີ 4) ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລວມຜູ້ເຂົ້າຮ່ວມທັງໝົດ 13 ທ່ານ,…

ນັກຂ່າວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຍົກລະດັບເຕັກນິກການຜະລິດຂ່າວ ເພື່ອຮັບໃຊ້ໜ້າທີ່ການເມືອງໃນຍຸກດິຈິຕອນ

ໃນຍຸກສະໄໝທີ່ຂໍ້ມູນຂ່າວສານປຽບເໝືອນສະໜາມຮົບທາງດ້ານແນວຄິດ, ວຽກງານສື່ມວນຊົນຈຶ່ງບໍ່ແມ່ນພຽງແຕ່ການລາຍງານເຫດການທົ່ວໄປ, ແຕ່ຄື “ກະບອກສຽງ” ແລະ “ອາວຸດທາງປັນຍາ” ອັນແຫຼມຄົມ ທີ່ເຮັດໜ້າທີ່ປົກປ້ອງແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງເຕົ້າໂຮມຄວາມສາມັກຄີຂອງປວງຊົນ. ດ້ວຍເຫດນີ້, ການຍົກລະດັບຄວາມສາມາດໃຫ້ແກ່ນັກຂ່າວ ດ້ານຂໍ້ມູນຂ່າວສານ ຈຶ່ງເປັນວຽກງານຍຸດທະສາດທີ່ສຳຄັນຍິ່ງ.          ຫຼ້າສຸດ, ໃນລະຫວ່າງວັນທີ 24-26 ກຸມພາ 2026 ທີ່ຜ່ານມາ, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ຫ້ອງຮຽນຂົງຈື້ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ເປັນເຈົ້າພາບຈັດຊຸດຝຶກອົບຮົມຍົກລະດັບເຕັກນິກການຜະລິດຂ່າວຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຊີ້ນຳໂດຍ ທ່ານ ນາງ ສິມມະນີ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ  ຮ່ວມກັບແຂວງວຽງຈັນ ເປີດບັ້ນລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ປທ ຮຸ່ນທີ XXI ຢູ່ເມືອງເຟືອງ, ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນຕາແສງ

ໃນວັນທີ 25 ກຸມພາ 2026, ທີ່ສະໂມສອນຫ້ອງວ່າການປົກຄອງເມືອງເຟືອງ ແຂວງວຽງຈັນ, ໄດ້ມີການຈັດພິທີເປີດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XXI ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງວຽງຈັນ ແລະ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປາຖະກະຖາເລົ່າມູນເຊື້ອ 77 ປີ ກອງທັບປະຊາຊົນລາວ ແລະ ສະເຫຼີມສະຫຼອງ 31 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ຢ່າງຄຶກຄື້ນ ແລະ ສະຫງ່າຜ່າເຜີຍ

         ໃນຕອນແລງວັນທີ 23 ກຸມພາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດຕັ້ງພິທີອັນມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ແລະ ການເມືອງຂຶ້ນ ເຊິ່ງລວມມີການປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ແລະ ພິທີສະເຫຼີມ ສະຫຼອງວັນສ້າງຕັ້ງ ສມປຊ ຄົບຮອບ 31 ປີ (27…

ຂ່າວອື່ນໆ