ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍ ​ຫົວ​ຂໍ້: “ການປຸກລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ ລາວ-ຫວຽດນາມ”.

ກອງປະຊຸມສຳ​ມະນາ ວິທະຍາສາດ ເປັນການຮ່ວມມືຂອງສອງປະເທດ ສປປ. ລາວ ແລະ ສສ.ຫວຽດນາມ ຊຶ່ງມີ 4 ຝ່າຍຄື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນວິທະຍາສາດເສດຖະກິດສັງຄົມແຫ່ງຊາດ, ​ສະ​ຖາ​ບັນການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ແລະສະຖາບັນດິດວິທະຍາສາດສັງຄົມແຫ່ງຊາດ ຊຶ່ງທັງ 4 ຝ່າຍໄດ້ຮ່ວມກັນຄົ້ນຄວ້າວິທະຍາສາດພາຍ​ໃຕ້​ຫົວ​ຂໍ້: “ການປຸກລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ ລາວ-ຫວຽດນາມ” ໃນຄັ້ງວັນ​ທີ 29 ມິຖຸນາ​ນີ້, ຢູ່​ແຂວງ​ລາວ​ກາຍ…

ຄະນະຜູ້ແທນກອງປະຊຸມສຳມະນາ 4 ຝ່າຍ ຢ້ຽມຂໍ່ານັບການນຳແຂວງລາວກາຍ, ສສ ຫວຽດນາມ

ຕອນບ່າຍ ຂອງວັນທີ 28 ມິຖຸນາ 2023, ທີ່ຫ້ອງວ່າການປົກຄອງແຂວງລາວກາຍ. ຄະນະນໍາຜູ້ແທນກອງປະຊຸມສຳມະນາສາກົນ ຫົວຂໍ້: ການລະດົມ ແລະ ນໍາໃຊ້ທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ລາວ ແລະ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫວູ ຊັວນ ເກືອງ ຮອງເລຂາພັກ, ຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ ພ້ອມດ້ວຍຄະນະນໍາຂອງແຂວງລາວກາຍ ໃນໂອກາດເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຢູ່ແຂວງລາວກາຍ, ສສ ຫວຽດນາມ. ໂດຍການພົບປະດຳເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ…

ພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງ 3 ໜ່ວຍພັກຮາກຖານ

ໃນທ້າຍເດືອນ ມິຖຸນາ 2023 ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ອອກມະຕິຕົກລົງຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ເພື່ອເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກຕ່າງໆ ຢູ່ ສມປຊ. ໃນພິທີດັ່ງກ່າວ ທ່ານ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະ ປ້ອງກັນພັກ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ສມປຊ ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຊຶ່ງມີດັ່ງນີ້: I. ໜ່ວຍພັກຮາກຖານຄະນະລັດທິສັງຄົມນິຍົມວິທະຍາສາດຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ: – ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ: 1. ສະຫາຍ ປທ ສົມເພັດ…

ພິທີ​ປິດ​ເຝິກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນຊຸດທີ IV

ໃນຕອນບ່າຍ ຂອງວັນ​ທີ 26 ມີຖຸນາ 2023 ທີ່ຫ້ອງປະຊຸມຂອງເມືອງສິງແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ປິດ​ການເຝິກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນຊຸດທີ IV ໃຫ້ເລຂາພັກບ້ານ, ນາຍບ້ານ, ການເຝິກອົບຮົມໃນຄັ້ງນີ້ມີນັກເຝິອົບຮົມ ຈໍານວນທັງໝົດ 30 ທ່ານ, ຍິງ 02 ທ່ານ; ມາຈາກ 23 ບ້ານ, ເທດສະບານເມືອງສິງແຂວງຫຼວງນໍ້າທາ ການເຝິກອົບຮົມແມ່ນ ເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນ ຂອງກອງປະຊຸມໃຫຍ່ຂອງ​ພັກ​ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ໃຫ້ກຽດ​ເປັນ​ປະທານໂດຍ: ​ທ່ານ ປອ ຄຳພັນ…

ຂ່າວອື່ນໆ