ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າວິທະຍາສາດ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ

ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຮັບສະມາຊິກພັກໃໝ່

         ໃນຕອນເຊົ້າວັນທີ 2 ກຸມພາ 2023 ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງ ການຄົ້ນຄວ້າວິທະຍາສາດ ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກໃໝ່ 2 ສະຫາຍ, ຍິງ 1 ສະຫາຍ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຮອງຫົວໜ້າ ສມປຊ ແລະ ທ່ານ ປອ ນ. ໄກສອນ ຈັນສີນາ…

ພິທີ​ປິດຊຸດຮຽນ ການ​ສຶກສາ ລະບົບ​ຊັ້ນ​ສູງ​ເລັ່ງລັດ 5 ​ເດືອນ​ ຮຸ່ນ​ທີ XXXI ແລະ ນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XVI

ອີງຕາມຜົນສຳເລັດ ຂອງຫຼັກສູດຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ແລະ ຫຼັກສູດລະບົບປະລິນຍາໂທການເມືອງ-ການປົກຄອງ ຮຸ່ນທີ XVI ຂອງສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ສົກປີ 2022-2023, ສມປຊ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃນວັນທີ 3 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ…

ພິທີເປີດບັ້ນກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຢູ່ເມືອງສັງທອງ, ນະຄອນຫຼວງວຽງຈັນ

ເພື່ອເຮັດໃຫ້ການຈັດຕັ້ງແຜນການຮຽນ-ການສອນ ໄປຕາມໂຄງການຫຼັກສູດປະລິນຍາໂທ ຂອງ ສມປຊ ວາງອອກ ແລະເພື່ອເຮັດໃຫ້ທິດສະດີທີ່ນັກສຶກສາໄດ້ຄົ້ນຄວ້າຮໍ່າຮຽນມາ ໃຫ້ຕິດພັນກັບພຶດຕິກໍາຕົວຈິງ. ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ສ້າງແຜນການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ ແລະ ຂ ຢູ່ທີ່ເມືອງສັງທອງ, ນະຄອນຫຼວງວຽງຈັນ.        ໃນພິທີດັ່ງກ່າວ, ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະທ່ານ…

ນັກສຶກສາ ຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ສຳເລັດປ້ອງກັນບົດຈົບຊັ້ນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

         ໃນວັນທີ 31 ມັງກອນ 2023 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງພິທີປ້ອງກັນບົດຈົບຊັ້ນ ຂອງນັກສຶກສາ ຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ຈຳນວນ 56 ທ່ານ, ຍິງ 12 ທ່ານ ຊຶ່ງໄດ້ຜ່ານການຂຶ້ນຫ້ອງຮຽນຄົບຕາມຫຼັກສູດ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍານົດໄວ້ ແລະໄດ້ຂຽນບົດຈົບຊັ້ນສໍາເລັດ.          ດັ່ງນັ້ນ, ເພື່ອເປັນການທົດສອບຜົນການສຶກສາຄົ້ນຄວ້າມານັ້ນ ຈຶ່ງໄດ້ຈັດພິທີປ້ອງກັນບົດຈົບຊັ້ນ ເພື່ອໃຫ້ນັກສຶກສາໄດ້ສະແດງທັດສະນະທິດສະດີການເມືອງ-ການປົກຄອງ…

ຂ່າວອື່ນໆ