ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າວິທະຍາສາດ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ

ພິທີເຊື່ອມຊຶມເອກະສານສຳຄັນ ແລະປະກາດການຈັດຕັ້ງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີເຊື່ອມຊຶມເອກະສານຂອງກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ທີ່ຈັດຂຶ້ນໃນ ລະຫວ່າງ ວັນທີ 27-28 ທັນວາ 2022ທີ່ຜ່ານມາ, ສະນັ້ນ, ເພື່ອເປັນການເຜີຍແຜ່ເນື້ອໃນກອງປະຊຸມດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ໄດ້ເຜີຍແຜ່ເອກະສານດັ່ງກ່າວໃຫ້ພະນັກງານສະມຊິກພັກໄດ້ຮັບຮູ້ ແລະເຂົ້າໃຈຕໍ່ກັບ​ແນວທາງ​, ວິທີຈັດ​ຕັ້ງ​ປະຕິບັດ​ໃຫ້ຖືກຕ້ອງ ແລະເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ຄຸນ​ທາດ​ການ​ເມືອງເຮັດ​ໃຫ້​ສະມາຊິກ​ພັກ-ພະນັກງານຕັ້ງໜ້າເ​ຝິກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ​​ ໃຫ້​ກາຍເປັນ​ບຸກຄົນ​ຜູ້​ເຮັດ​ແທ້​ທຳ​ຈິງ ແລະ​ເປັນຜູ້​ປອດ​ໃສ​ຂາວ​ສະອາດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 28 ປີ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 28 ປີ (27.2.1955-27.2.2023) ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນວັນທີ 27 ກຸມພາ 2023 ທີ່ ສະໂມສອນ ສມປຊ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຄະນະບໍລິຫານງານພັກ, ຄະນະອຳນວຍການ, ຫົວໜ້າກົມພ້ອມດ້ວຍຄະນະກົມຕ່າງໆ, ຫົວໜ້າຫ້ອງການພ້ອມດ້ວຍຄະນະ, ຫົວໜ້າຄະນະພ້ອມດ້ວຍຄະນະຕ່າງໆ ແລະຫົວໜ້າສູນພ້ອມດ້ວຍຄະນະສູນຕ່າງໆ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ​ໃນ​ຫົວ​ຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນຖັນແຖວພະນັກງານ ແລະກຳລັງປະກອບອາວຸດປະຊາຊົນ​”

         ໃນຕອນເຊົ້າຂອງວັນທີ 24 ກຸມພາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍຊຶ່ງຈັດຕັ້ງຂຶ້ນພໍດີກັບຊ່ວງເວລາກະກຽມສະເຫຼີມສະຫຼອງບັນດາວັນສຳຄັນທາງປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວຄົບຮອບ 68 ປີ, ວັນສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຄົບຮອບ 28 ປີ, ວັນສ້າງຕ້ັ້ງກອງທັບປະຊາຊົນຄົບຮອບ 74 ປີ ແລະວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 63 ປີ ແລະວັນສຳຄັນອື່ນໆ.          ຕະຫຼອດໄລຍະ 28…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມທາງໄກ ຜ່ານໂຄງຮ່າງຄົ້ນຄວ້າວິທະຍາສາດ ຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 6 ແຂວງພາກເໜືອ

ໃນຕອນເຊົ້າ ວັນທີ 21 ກຸມພາ 2023 ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຮ່ວມກັບ 6 ແຂວງພາກເໜືອ ເປັນຄັ້ງທຳອິດ ໂດຍແມ່ນສະພາວິທະຍາສາດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບຄວາມຮັບຜິດຊອບໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ, ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ, ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ, ໂຮງຮຽນການເມືອງ ແລະການປົກຄອງແຂວງບໍ່ແກ້ວ,ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງນ້ຳທາ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງຜົ້ງສາລີຮັບຜິດຊອບຄົ້ນຄວ້າຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່…

ຂ່າວອື່ນໆ