ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າວິທະຍາສາດ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງໆ ສັງທອງ ນະຄອນຫຼວງວຽງຈັນ ຂອງນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ XVIII

         ການຈັດຕັ້ງປະຕິບັດການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ XVIII ດໍາເນີນໄປໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນປະຕິບັດຄາດໝາຍສູ້ຊົນໄລຍະກາງສະໄໝ ຂອງກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກປະຊາຊົນປະຕິວັດລາວ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX; ສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ ຢ່າງເປັນຂະບວນຟົດຟື້ນ ເວົ້າລວມ, ເວົ້າສະເພາະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍ່ຢູ່ໃນໄລຍະການສະຫຼຸບຕີລາຄາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Vຂອງອົງຄະນະພັກ ສມປຊ ກາງສະໄໝ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການທາບທາມເອົາຄະນະໜ່ວຍພັກຮາກຖານ

         ໃນກາງເດືອນ ກຸມພາ 2023 ນີ້ ທີ່ຫ້ອງປະຊຸມ ຕຶກຫ້ອງການ ແລະຫ້ອງປະຊຸມ ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງທາບທາມເອົາຄະນະໜ່ວຍພັກຮາກຖານໃໜ່ 2 ຄະນະປະກອບມີ: ຄະນະໜ່ວຍພັກຮາກຖານຫ້ອງການ; ຄະນະໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງທາງຄະນະບໍລິຫານງານພັກ ສມປຊ ໄດ້ເປີດກອງປະຊຸມທາບທາມ ຊຶ່ງຜ່ານການທາບທາມໃນຄະນະໜ່ວຍພັກດັ່ງກ່າວ ແລະຜ່ານການຕົກລົງເຫັນດີໃນຄະນະບໍລິຫານງານພັກ ສມປຊ…

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກິດຈະກຳ ເນື່ອງໃນໂອກາດວັນແມ່ຍິງສາກົນຄົບຮອບ 113 ປີ (8.3.1910-8.3.2023)

ເພື່ອສະແດງຄວາມຮູ້ບຸນຄຸນ ແລະລະນຶກເຖິງຜົນງານອັນຍິ່ງໃຫຍ່ ຂອງ ປະທານ ໄກສອນ ພົມວິຫານ ຊື່ງທ່ານໄດ້ເປັນຫຼັກແຫຼ່ງໃນການນຳພາບູລະນະພັກ ໃນພາລະກິດປົດປ່ອຍຊາດ ແລະພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ສະນັ້ນ, ໃນວັນທີ 7 ມີນາ 2023 ສະຫາຍ ປອ ນ. ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານ ສະຫະພັນແມ່ຍິງ ສມປຊ , ເຂົ້າຮ່ວມມີໜ່ວຍແມ່ຍິງຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາ ພ້ອມກັນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການເຝິກອົບຮົມ ພາຍໃຕ້ຫົວຂໍ້ “ຄວາມອາດສາມາດໃນການນໍາພາຂອງພະນັກງານບໍລິຫານຂັ້ນພະແນກ ຢູ່ ສມປຊ”​

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການເຝິກອົບຮົມ ພາຍໃຕຫົວຂໍ້ “ຄວາມອາດສາມາດໃນການນໍາພາຂອງພະນັກງານບໍລິຫານຂັ້ນພະແນກ ແລະຂັ້ນຮອງກົມຈໍານວນໜຶ່ງ ຢູ່ ສມປຊ”​ ເປັນເວລາ 3 ວັນ (1-3 ມີນາ 2023), ການຈັດເຝິກອົບຮົມໃນຄັ້ງນີ້ແມ່ນໂຄງການປະກວດ Project Award ຂອງຄະນະທີມງານທີ່ໄດ້ໄປເຂົ້າຮ່ວມເຝິກອົບຮົມພາວະຜູ້ນຳໃນການບໍລິຫານລັດ ທີ່ທາງສະຖານ ທູດອົດສະຕາລີ ປະຈຳລາວຈັດຂຶ້ນໃນໄລຍະຜ່ານມາ” ແມ່ນຜົນສຳເລັດອັນໜຶ່ງຂອງຄະນະຮັບຜິດຊອບເຝິກອົບຮົມທີ່ໄດ້ຍາດແຍ່ງຂຽນເປັນໂຄງການປະກວດແລະໄດ້ຮັບທຶນການຊ່ວຍເຫຼືອຈາກສະຖານທູດອົດສະຕາລີ. ເຊິ່ງຈຸດປະສົງກໍເພື່ອສ້າງຄວາມອາດສາມາດ ໃນການນຳພາໃຫ້ແກ່ພະນັກງານ-ຄູອາຈານ ກໍ່ຄືການນຳຂັ້ນພະແນກທົ່ວ ສມປຊ ໃຫ້ສາມາດນຳພາທີມງານຂອງຕົນໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ດີຂຶ້ນກວ່າເກົ່າ.      ການເຝິກອົບຮົມດັ່ງກ່າວໄດ້ຈັດຂຶ້ນ…

ຂ່າວອື່ນໆ