ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນໄດ້ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I ຂຶ້ນຢູ່ທີ່ສະໂມສອນໂຮງຮຽນຂອງຕົນ,ໂດຍການເປັນປະທານກອງປະຊຸມ ຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດທິດສະດີຂັ້ນແຂວງ, ທ່ານ ນ. ແຍງເພັດ ບຸນມີໄຊ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍຄະນະ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ພະນັກງານຄູອາຈານພາຍໃນໂຮງຮຽນ ແລະ ນັກສຶກສາທິດສະດີການເມືອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I ເຂົ້າຮ່ວມນຳ.

ໃນພິທີທ່ານ ພູແສງ ໄຊນີຈັນ ຮອງຫົວໜ້າໂຮງຮຽນການເມືອງແລະການປົກຄອງແຂວງ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ້ນທີ1 ສະບັບເລກທີ 664/ສມປຊ,ລົງວັນທີ25 ພຶດສະພາ 2023 ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການອະນຸມັດໃຫ້ພະນັກງານໄປຮຽນທິດສະດີການເມືອງ. ໃນຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I ມີນັກສຶກສາທັງໝົດ 55 ສະຫາຍ, ຍິງ 16 ສະຫາຍ. ຫຼັກສູດການຈັດຕັ້ງປະຕິບັດການຮຽນ-ການສອນໃຊ້ເວລາທັງໝົດແມ່ນ 6 ເດືອນ ຫຼື ເທົ່າກັບ 92 ອາທິດ, ແບ່ງອອກເປັນ 2 ພາກຮຽນ, ພາກຮຽນລະ 3 ເດືອນ, ມີ 14 ວິຊາ.

ພ້ອມກັນນັ້ນໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກຄະນະປະທານຕື່ມອີກ. ພາຍຫຼັງເລີກກອງປະຊຸມແລ້ວເນື່ອງໃນໂອກາດ ວັນທີ 1 ມິຖຸນາ .ບັນດາທ່ານແຂກພ້ອມດ້ວຍຄະນະພັກ, ຄະນະໂຮງຮຽນຍັງປູກຕົ້ນໄມ້ຢູ່ສະຖານທີ່ໂຮງຮຽນອີກດ້ວຍ

ຂ່າວ/ພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ