ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບກໍ່ສ້າງຊັ້ນກາງ 15 ເດືອນຮຸ່ນທີ XVIII ແລະເປີດຊຸດຮຽນທິດສະດີການເມືອງລະບົບກໍ່ສ້າງຂັ້ນກາງ 6 ເດືອນຮຸ່ນທີ I ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2023 ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານມີ: ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າພະແນກການຕ່າງໆທີ່ກ່ຽວຂ້ອງ, ເຈົ້າເມືອງໄຊຍະບູລີ, ມີຄູ-ອາຈານ ແລະນັກສຶກສາຮຸ່ນທີ XVIII ແລະ ຮຸ່ນທີ I ລະບົບ 6 ເດືອນຂັ້ນກາງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປອ ສີສອນພັນ ບຸນສີ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ສະຫຼຸບຄືນການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງຊັ້ນກາງ ຮຸ່ນທີ XVIII ແລະຜ່ານໂຄງການດໍາເນີນງານການຮຽນ-ການສອນທິດສະດີການເມືອງລະບົບກໍ່ສ້າງຂັ້ນກາງ 6 ເດືອນ ຮຸ່ນທີ I ເຊິ່ງທ່ານໄດ້ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານສ້າງພັກ, ສ້າງພະນັກງານ ຢູ່ພາຍໃນແຂວງໄຊຍະບູລີ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຕັ້ງໜ້າກໍ່ສ້າງບໍາລຸງຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ-ການປົກຄອງ ລະບົບກໍ່ສ້າງຊັ້ນກາງໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ ແລະເມືອງແນ່ໃສ່ປະຕິບັດຄາດໝາຍຍຸດທະສາດ ການສ້າງຊັບພະຍາກອນມະນຸດປະກອບບຸກຄະລາກອນທີ່ມີຄຸນນະພາບ. ມີຄວາມພ້ອມທາງດ້ານຄວາມຮູ້, ຄວາມສາມາດ ບັນຈຸຊັບຊ້ອນໃຫ້ແກ່ກົງຈັກການຈັດຕັ້ງຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆໃນທົ່ວແຂວງ ທັງເຮັດໃຫ້ພະນັກງານນໍາພາຄຸ້ມຄອງທີ່ສໍາເລັດການສຶກສາໄດ້ນໍາເອົາບັນດາຄວາມຮູ້ທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍ ບາຍຂອງພັກການຄຸ້ມຄອງຂອງລັດໄປໝູນໃຊ້ໃນວຽກງານຕົວຈິງໃນກົມກອງຂອງຕົນ.

ຊຸດຮຽນທິດສະດີການເມືອງ-ການປົກຄອງ ຮຸ່ນທີ XVIII ມີຜູ້ເຂົ້າຮຽນທັງໝົດ 48 ສະຫາຍ, ຍິງ 10 ສະຫາຍທີ່ມາຈາກພະແນກການ, ກົມກອງ ແລະ 11ເມືອງທົ່ວແຂວງໂດຍໃຊ້ເວລາຮຽນທັງໝົດ 15 ເດືອນມີວິຊາຮຽນ 28 ວິຊາແບ່ງອອກເປັນ 3 ໝວດຄື: ວິຊາຄວາມຮູ້ທົ່ວໄປ, ວິຊາເຕັກນິກທົ່ວໄປ ແລະໝວດວິຊາສະເພາະໃຊ້ເວລາຮຽນໃນຫ້ອງ 719 ຊົ່ວໂມງເທົ່າກັບ 10,5 ໜ່ວຍກິດ; ສໍາມະນາ 166 ຊົ່ວໂມງເທົ່າກັບ 10,3 ໜ່ວຍກິດ; ທວນເສັງ 158 ຊົ່ວໂມງເທົ່າກັບ 9,8 ໜ່ວຍກິດ; ແກ້ຂໍ້ຂ້ອງໃຈ 22 ຊົ່ວໂມງເທົ່າກັບ 1,37 ໜ່ວຍກິດ; ສອບເສັງ 135 ຊົ່ວໂມງເທົ່າກັບ 8,43 ໜ່ວຍກິດ. ໃນນັ້ນໄດ້ແບ່ງອອກ 3 ພາກຮຽນຄື: ພາກຮຽນ I ໃຊ້ເວລາ 4 ເດືອນເຄິ່ງມີ 489 ຊົ່ວໂມງເທົ່າກັບ 33,56 ໜ່ວຍກິດ ສໍາເລັດການຮຽນ-ການສອນ ແລະສອບເສັງ 11 ວິຊາ, ພາກຮຽນ II ໃຊ້ເວລາ 4 ເດືອນເຄິ່ງມີ 487 ຊົ່ວໂມງເທົ່າກັບ 30,43 ໜ່ວຍກິດ ສໍາເລັດການຮຽນ-ການສອນ ແລະສອບເສັງ 11 ວິຊາ, ພາກຮຽນທີ III ໃຊ້ເວລາ 3 ເດືອນມີ 143 ຊົ່ວໂມງເທົ່າກັບ 8,93 ໜ່ວຍກິດໄດ້ຈັດຕັ້ງການຮຽນ-ການສອນແລະສອບເສັງ 6 ວິຊາ; ໃນການປະເມີນຜົນການຮຽນໄດ້ແບ່ງອອກເປັນ 3 ຮູບການເຊັ່ນ: ສອບເສັງຂຽນແບບອັດຕະໄນ, ປາລະໄນ, ສອບເສັງດ້ວຍຮູບການປາກເປົ່າ ແລະປ້ອງກັນບົດຈົບຊັ້ນ.

ສ່ວນການຮຽນທິດສະດີການເມືອງຂັ້ນກາງລະບົບ 6 ເດືອນຮຸ່ນທີ I ແມ່ນເລັ່ງໃສ່ພະນັກງານນໍາພາຄຸ້ມຄອງ, ນາຍທະຫານ, ນາຍຕໍາຫຼວດທີ່ມີຕໍາແໜ່ງບໍລິຫານປະເພດ 4 ປະເພດ 5 ທີ່ມາຈາກກົມກອງ, ພະແນກ ການຂອງແຂວງ ແລະພະນັກງານຂອງເມືອງ ຢູ່ບັນດາ 11 ເມືອງຂອງແຂວງ ມີທັງໝົດ 51 ຄົນ, ຍິງ7ຄົນ ເຊິ່ງຈະໄດ້ເລີ່ມການຮຽນ-ການສອນ ກາງເດືອນພຶດສະພາຫາເດືອນທັນວາປີ 2023 ແມ່ນຈະສໍາເລັດຫຼືເທົ່າກັບ145 ວັນ, ຮຽນຕົວຈິງ 29 ອາທິດ ຫຼື 103 ວັນລວມມີ 720 ຊົ່ວໂມງ. ອາທິດໜຶ່ງຮຽນ 5 ວັນ ວັນໜຶ່ງຮຽນ 7 ຊົ່ວໂມງເນື້ອໃນຫຼັກສູດການຮຽນທິດສະດີຂັ້ນກາງປະກອບມີ 7 ກຸ່ມວິຊາຮຽນມີ 94 ບົດສອນ.

ນອກຈາກນັ້ນ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ໃຫ້ກຽດຂຶ້ນມອບໃບປະກາສະນີຍະບັດໃຫ້ນັກສຶກສາທິດສະດີການເມືອງ ແລະ ການປົກຄອງແຫ່ງຊາດຮຸ່ນທີXVIII ແລະທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີໄດ້ໃຫ້ກຽດມອບໃບຍ້ອງຍໍ ແລະໃບຊົມເຊີຍຂອງແຂວງໃຫ້ນັກສຶກສາຮຸ່ນທີ XVIII ຕື່ມອີກ.

ຂ່າວ: ປທ ອຸທິດ ເກດດົມລິ
ຮູບພາບ: ວັດທະນາ ພັນລັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ