ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ, ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ, ມີບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ. ພິເສດປີນີ້ ສມປຊ ໄດ້ຕ້ອນຮັບຫຼານນ້ອຍ ໂຮງຮຽນປະຖົມສົມບູນ ພັນທະມິດ ຈໍານວນ 20 ຄົນ ເຂົ້າຮ່ວມໃນວັນສຳຄັນດັ່ງກ່າວ.

  ໃນພິທີ ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ເປັນກຽດໂອ້ລົມ ແລະກ່າວຄວາມໝາຍຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງເປັນກິດຈະກຳທີ່ພວກເຮົາໄດ້ປະຕິບັດກັນມາທຸກໆປີ ເພື່ອເປັນການປະກອບສ່ວນໃນການອະນຸລັກຮັກສາສິ່ງແວດລ້ອມທຳມະຊາດ ທີ່ນັບມື້ເຕັມໄປດ້ວຍສີຂຽວ. ສະເພາະປີນີ້ ສມປຊ ໄດ້ນຳເອົາຕົ້ນໄມ້ຫຼາກຫຼາຍຊະນິດທີ່ໄດ້ຮັບການອຸປະຖໍາເປັນເງິນສົດ ແລະເບ້ຍໄມ້ຈາກນັກສຶກສາມີດັ່ງນີ້:

1.ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນຮຸ່ນທີ I ອຸປະຖຳເປັນເງິນສົດ 3.500.000 ກີບ.

2.ນັກສຶກສາທິດສະດີການເມືອງຂັ້ນສູງ 9ເດືອນຮຸ່ນທີ II ອຸປະຖຳເປັນເງິນສົດ ແລະເບ້ຍໄມ້ດູຈຳນວນ 100 ຕົ້ນລວມມູນຄ່າ 6.000.000 ກີບ.

3.ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນຮຸ່ນທີ III ອຸປະຖຳເປັນເງິນສົດ 3.500.000 ກີບ.

4.ນັກສຶກສາປະລິນຍາໂທຮຸ່ນທີ XVIII ຫ້ອງ ກ ອຸປະຖຳເປັນເງິນສົດ 1.000.000 ກີບ.

5.ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ຫ້ອງ ຂ ອຸປະຖຳເປັນເງິນສົດ 1.000.000 ກີບ.

6.ທ່ານ ຄຳພະຈັນ ວົງຊະນະ ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນຮຸ່ນທີ I, ທີ່ປຸກລະດົມປັດໄຈມອບໃຫ້ແກ່ສະຖາບັນ ແລະຫ້ອງຮຽນທິດສະດີຂັ້ນສູງ 9 ເດືອນຮຸ່ນທີ II ລວມເປັນເງິນ 10.500.000 ກີບ.

         ການອຸປະຖຳດັ່ງກ່າວນັ້ນ, ສມປຊ ໄດ້ນຳໄປຈັດຊື້ເບ້ຍໄມ້ໄດ້ຈຳນວນ 300 ກວ່າຕົ້ນ ເພື່ອນຳມາປູກຮ່ວມກັນ ມີຄະນະພັກ, ຄະນະອຳນວຍການ ສມປຊ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຮ່ວມກັບຫຼານນ້ອຍເຍົາວະຊົນ ທີ່ມີສ່ວນຮ່ວມໃນການເຄື່ອນໄຫວກິດຈະກຳຄັ້ງນີ້.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ