ໂດຍປະຕິບັດຕາມຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 357/ສມປຊ, ລົງວັນທີ 3 ພຶດສະພາ 2023 ວ່າດ້ວຍການອະນຸມັດເປີດກອງປະຊຸມສະພາວິທະຍາສາດເທື່ອ​ທີ 4 ຂອງສະພາວິທະຍາສາດ ຊຸດທີ V.

ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 29 ພຶດສະພາ 2023, ທີ່ຫ້ອງປະຊຸມຊັ້ນ 1, ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ພາຍໃຕ້ການເປັນປະທານ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະປະຈໍາສະພາວິທະຍາສາດ ສມປຊ, ຫ້ອງການເລຂາສະພາວິທະຍາສດ ແລະພາກສ່ວນກ່ຽວຂ້ອງ.

ໃນພິທີສະມາຊິກສະພາວິທະຍາສາດໄດ້ຜ່ານເນື້ອໃນສຳຄັນ 5 ບັນຫາເພື່ອມາປຶກສາຫາລືໃນກອງປະຊຸມດັ່ງກ່າວຄື:

1). ຜ່ານຫຼັກສູດປະລິນຍາເອກ ສມປຊ 4 ສາຂາ. ນຳສະເໜີໂດຍ: ທ່ານ ປອ ນ. ໄກສອນ ຈັນສີນາ

2). ຜ່ານຫຼັກສູດເຝິກອົບຮົມຄູການເມືອງ ແລະ ການປົກຄອງ. ນຳສະເໜີໂດຍ: ທ່ານ ປອ ນ. ໄກສອນ ຈັນສີນາ

3). ຜ່ານຫຼັກສູດຫົວຂໍ້ສະເພາະເຝິກອົບຮົມຄະນະພັກກະຊວງ. ນຳສະເໜີໂດຍ: ທ່ານ ປທ ແສງທອງ ພຸດທະວົງ

4). ຜ່ານຫົວຂໍ້ຈົບຊັ້ນວິທະຍານິພົນປະລິນຍາໂທ ຮຸ່ນທີ XVIII ຈໍານວນ 140 ຫົວຂໍ້. ນຳສະເໜີໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ

5). ຜ່ານເອກະສານ ຄໍາແນະນໍາກ່ຽວກັບຕໍາແໜ່ງວິຊາການຄູ ສະບັບເລກທີ 517\ສສກ. ນຳສະເໜີໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ.

ຊຶ່ງທັງ 5 ບັນຫາສຳຄັນ ສະມາຊິກສະພາວິທະຍາສາດ ໄດ້ລະດົມກັນສະແດງຄວາມຄິດ, ຄວາມເຫັນກົງໄປກົງມາ, ຊີ້ແຈງ, ສາຍພົວພັນເຫດ ແລະຜົນແຕ່ລະບັນຫາພ້ອມທັງລົງຄະແນນສຽງປະຊາມະຕິຮັບຮອງ ພ້ອມກັນນັ້ນ, ປະທານກອງປະຊຸມໄດ້ສັງລວມເນື້ອໃນ ແລະແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງປັບປຸງໜ່ວຍກິດໃຫ້ເປັນເອກະພາບ, ເງິນອຸດໜູນອາຈານຂຶ້ນຫ້ອງ, ອາຈານແນະນໍາ, ຊົ່ວໂມງຂຶ້ນຫ້ອງຂອງອາຈານ, ຈໍານວນວິຊາຮຽນຕາມການປະກອບຄໍາເຫັນ ຂອງຄະນະປະຈໍາສະພາວິທະຍາສາດ ພ້ອມກັນນັ້ນ, ຫົວຂໍ້ບົດປ້ອງກັນປະລິນຍາໂທຮຸ່ນທີ XVIII ຈຳນວນ 140 ຫົວຂໍ້ ໃຫ້ປັບປຸງບາງຫົວຂໍ້, ອາຈານແນະນໍາ ຕາມການປະກອບຄໍາເຫັນ ຂອງຄະນະປະຈໍາສະພາວິທະຍາສາດ ແລະສືບຕໍ່ຊຸກຍູ້ຈັດຕັ້ງປະຕິບັດໃນການສ້າງວາລະສານວິທະຍາສາດ ສມປຊ ແລະປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດເຜີຍແຜ່ຄໍາແນະນໍາ ກ່ຽວກັບເອກະສານຂໍຕໍາແໜ່ງວິຊາການຄູ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ