ໃນຕອນເຊົ້າວັນທີ 23 ມີນາ 2023 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການຕອນຮັບຄະນະອາຈານ ຈາກມະຫາວິທະຍາໄລ ນອດທ໌-ຊຽງໃໝ່ ປະເທດໄທ ທີ່ເດີນທາງມາຢ້ຽມຢາມ ແລະແລກປ່ຽນບົດຮຽນກັບ ສະຖາບັນການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາຄະນະໂດຍທ່ານ ຮສ ດຣ ພິທາກອນ ທະນິດເບນຈະສິດ ຮອງອະທິການບໍດີ, ຮັກສາການຄະນະບໍດີວິທະຍາໄລນານາຊາດ  ແລະໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະຂັ້ນກົມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີພົບປະຄັ້ງນີ້ ທ່ານ ຮສ ດຣ. ພິທາກອນ ທະນິດເບນຈະສິດ ຫົວໜ້າຄະນະ ໄດ້ແຈ້ງຈຸດປະສົງໃນການເດີນທາງມາຢ້ຽມຢາມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ ໃນການສ້າງເຄືອຂ່າຍການຮ່ວມມື ໃນການບໍລິຫານການຮຽນ-ການສອນ, ການວິໄຈ ແລະການປະດິດສ້າງ ພາຍໃຕ້ການປ່ຽນແປງສະພາບແວດລ້ອມທາງສັງຄົມ ແລະຄວາມເປັນສາກົນ ເຊິ່ງມີຄວາມສໍາຄັນໃນການພັດທະນາເສດຖະກິດ ແລະສັງຄົມຂອງແຕ່ລະປະເທດ.

ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ໄດ້ກ່າວຕ້ອນຮັບ ຄະນະມາຢ້ຽມຢາມຂອງມະຫາວິທະຍາໄລ ນອດທ໌-ຊຽງໃໝ່ ປະເທດໄທດ້ວຍຄວາມອົບອຸ່ນ ພ້ອມທັງນໍາສະເໜີ ສະພາບລວມ ແລະປຶກສາຫາລື ແລກປ່ຽນບົດຮຽນນໍາກັນໃນການພັດທະນາບຸກຄະລາກອນ ເປັນຕົ້ນແມ່ນ ການສ້າງຫຼັກສູດການຮຽນ-ການສອນ, ການຄົ້ນຄວ້າວິໄຈ ແລະການສະໜອງຂໍ້ມູນຂ່າວສານ. ໃນໂອກາດນີ້້ ກໍໄດ້ສະເໜີແຜນການຮ່ວມມືໂດຍລວມໃນຕໍ່ໜ້າ ໃນວຽກງານພັດທະນະບຸກຄະລາກອນ, ການເຝິກອົບຮົມໃນຫົວຂໍ້ຕ່າງໆ, ການຄົ້ນຄວ້າວິທະຍາສາດ, ການລົງວາລະສານ, ການສ້າງຫຼັກສູດ ແລະວຽກງານພັດທະນາຫຼັກສູດການຮຽນ-ການສອນ, ການບໍລິຫານ ແລະການພັດທະນາພື້ນຖານໂຄ່ງລ່າງ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ