ວັນທີ 20-21 ມີນາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມກາງສະໄໝ ຄັ້ງທີ V ຂອງຕົນຂຶ້ນ, ຊຶ່ງໃຊ້ເວລາ 2 ວັນ ເພື່ອສະຫຼຸບຕີລາຄາການນໍາພາປະຕິບັດມະຕິມະຕິກອງປະຊຸມໃຫຍ່ຄັ້ງທີ V ໃນໄລຍະ 2 ປີ ເຄິ່ງທີ່ຜ່ານມາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍໍລິຫານງານພັກ ສມປຊ, ມີຜູ້ຕາງໜ້າຄະນະຈັດຄັ້ງສູນກາງພັກ, ມີຮອງເລຂາ,  ຄະນະພັກ ແລະສະມາຊິກພັກ ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

         ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ເລຂາຄະນະບໍລິຫານງານພັກ ໄດ້ຂຶ້ນຜ່ານບົດສະຫຼຸບການນໍາພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ສມປຊ ໃນໄລຍະ ແຕ່ເດືອນ 8/2020 ຫາ ເດືອນ 2/2023 (2 ປີເຄິ່ງ) ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດໃນການນໍາພາໃນແຕ່ລະດ້ານຄື:

  1. ນໍາພາວຽກງານການເມືອງ-ແນວຄິດ: ຖືສໍາຄັນວຽກງານການເມືອງ-ແນວຄິດເປັນວຽກງານກົກ, ເປັນວຽກງານບູລິມະສິດອັນ ສໍາຄັນອັນດັບຫນຶ່ງໃນການຈັດຕັ້ງ ແລະການເຄື່ອນໄຫວນໍາພາຂອງຕົນ ສຸມໃສ່ຈັດຕັ້ງຜັນ ຂະຫຍາຍບັນ ດາຫນ້າທີ່ວຽກງານທີ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກສະຖາບັນວາງອອກ ກໍຄືເນື້ອ ໃນຈິດໃຈກອງປະຊຸມໃຫຍ່ ຄັ້ງທີ X, XI ຂອງພັກ ໂດຍສາມາດຈັດຕັ້ງເຊື່ອມຊຶມບັນດາເອກະສານຕ່າງໆ ທີ່ສໍາຄັນ ຂອງພັກ-ລັດ ລວມ ທັງຫມົດ 22 ຄັ້ງ ລວມມີ 40 ເອກະສານ, ມີຜູ້ເຂົ້າຮ່ວມທັງຫມົດ 6.737 ເທື່ອຄົນ, ຍິງ 2.472 ເທື່ອຄົນ. ໃນນັ້ນ ມີສະມາຊິກພັກ ທີ່ເປັນພະນັກງານ, ຄູ-ອາຈານ ເຂົ້າຮ່ວມທັງຫມົດ 3.042 ເທື່ອຄົນ, ຍິງ 1.528 ເທື່ອຄົນ ແລະ ສະມາຊິກພັກນັກສຶກສາເຂົ້າຮ່ວມທັງຫມົດ 3.695 ເທື່ອຄົນ, ຍິງ 944 ເທື່ອຄົນ.
  2. ການນໍາພາດ້ານວິຊາສະເພາະ:
    -ການປັບປຸງ ແລະສ້າງຫຼັກສູດໃໝ່, ປັບປຸງເນື້ອໃນປຶ້ມແບບຮຽນ, ເອກະສານຮັບໃຊ້ການຮຽນ-ການສອນ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃໝ່ຂອງໜ້າທີ່ການເມືອງຂອງ ສມປຊ ເຊັ່ນ: ສູດລະບົບ ບໍາລຸງທິດສະດີການເມືອງ ແມ່ນສໍາເລັດ 03 ຫຼັກສູດຄື: ຫຼັກສູດຂັ້ນຕົ້ນ, ຂັ້ນກາງ ແລະຂັ້ນສູງ, ປັດຈຸບັນກໍາລັງ ສືບຕໍ່ສ້າງ 03 ຫຼັກສູດທີ່ຍັງເຫຼືອຄື: (1) ຫຼັກສູດຝຶກອົບຮົມຕາມຫົວຂໍ້ 10 ວັນໃຫ້ຄະນະປະຈໍາ, ກໍາມະການພັກແຂວງ, ຄະນະພັກກະຊວງ ແລະອົງການຂັ້ນສູນກາງ; (2) ຫຼັກສູດຝຶກອົບຮົມຕາມຫົວຂໍ້ 10 ວັນໃຫ້ເລຂາການນໍາ; (3) ຫຼັກສູດຝຶກອົບຮົມຄູການເມືອງ 03 ເດືອນໃຫ້ຄູ-ອາຈານສອນຢູ່ສະຖາບັນ ແລະໂຮງຮຽນການເມືອງ-ການປົກຄອງແຂວງ/ນະຄອນຫຼວງ. ການພັດທະນາຫຼັກສູດລະບົບກໍ່ສ້າງ ແລະປັບປຸງຫຼັກສູດປະລິນຍາໂທການເມືອງ-ການປົກຄອງ ແມ່ນສໍາເລັດ 07 ສາຂາວິຊາ. ຫຼັກສູດປະລິນຍາ ເອກ 04 ສາຂາວິຊາ.
    – ການຈັດຕັ້ງການຮຽນ-ການສອນ ໄລຍະສອງປີກວ່າທີ່ຜ່ານມາສາມາດກໍ່ສ້າງ ແລະບໍາລຸງພະນັກງານ-ລັດຖະກອນ ແລະພະນັກງານນໍາພາຄຸ້ມຄອງ ເຊັ່ນ: ໜຶ່ງ,ລະບົບບໍາລຸງ: ສາມາດສໍາເລັດຈັດຝຶກອົບຮົມໃຫ້ເລຂາພັກເມືອງ ແລະຄະນະປະຈໍາພັກເມືອງໄດ້ 3 ຊຸດ; ສໍາເລັດຈັດຝຶກອົບຮົມ ໃຫ້ຜູ້ບໍລິຫານວິສາຫະກິດຂອງລັດ ໄດ້ 2 ຊຸດ, ມີຜູ້ສໍາເລັດ 79 ຄົນ, ຍິງ 15 ຄົນ; ສໍາເລັດການບໍາລຸງທິດສະດີການເມືອງຂັ້ນຕົ້ນ 1 ຊຸດ ມີຜູ້ສໍາເລັດ 60 ຄົນ, ຍິງ 28 ຄົນ; ສໍາເລັດການຈັດຕັ້ງປະຕິບັດລະບົບຊັ້ນສູງເລັ່ງລັດ 5 ເດືອນ ໄດ້ 5 ຊຸດ, ມີຜູ້ສໍາເລັດ 276 ຄົນ, ຍິງ 66 ຄົນ; ສອງ, ລະບົບກໍ່ສ້າງ: ສໍາເລັດການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງລະບົບອະນຸປະລິນຍາໄດ້ 3 ຮຸ່ນ, ມີຜູ້ສໍາເລັດການສຶກສາ 179 ຄົນ, ຍິງ 38 ຄົນ; ລະບົບປະລິນຍາຕີ 2 ຮຸ່ນ, ມີຜູ້ສໍາເລັດການສຶກສາ 235 ຄົນ, ຍິງ 73 ຄົນ; ສໍາເລັດການກໍ່ສ້າງ ລະບົບປະລິນຍາໂທ 3 ຮຸ່ນ, ມີຜູ້ສໍາເລັດການສຶກສາ 180 ຄົນ, ຍິງ 39 ຄົນ, ປະຈຸບັນຍັງສືບຕໍ່ດໍາເນີນການຮຽນຢູ່ ທັງຫມົດ 499 ຄົນ, ຍິງ 110 ຄົນ. ໃນນັ້ນ, ໃນລະບົບບໍາລຸງທິດສະດີການ ເມືອງຂັ້ນສູງ 2 ຊຸດ, ມີຜູ້ເຂົ້າຮຽນ 120 ຄົນ, ຍິງ 25 ຄົນ; ກໍ່ສ້າງລະບົບປະລິນຍາຕີ 1 ຮຸ່ນ (ຮຸ່ນສຸດທ້າຍ) ຄືຮຸ່ນ ທີ XXV ມີນັກສຶກສາ 119 ຄົນ, ຍິງ 28 ຄົນ; ກໍ່ສ້າງລະບົບປະລິນຍາໂທ 2 ຮຸ່ນ ຄື ຮຸ່ນທີ XVII ແລະ XVIII ລວມ 260 ຄົນ, ຍິງ 57 ຄົນ; ຝຶກອົບຮົມ 45 ວັນ ຢູ່ບັນດາກະຊວງ, ອົງການໄດ້ 22 ຊຸດ, ມີຜູ້ເຂົ້າຮ່ວມ 1.149 ຄົນ, ຍິງ 475 ຄົນ.

ການຄົ້ນຄວ້າທິດສະດີ ແລະພຶດຕິກໍາ: ການຄົ້ນຄວ້າພາຍໃນຮ່ວມກັບອົງການອ້ອມຂ້າງສູນກາງ ແລະໂຮງຮຽນການເມືອງ ແລະການປົກຄອງທ້ອງຖິ່ນ ມີທັງຫມົດ 51 ຫົວຂໍ້ໃຫຍ່, 332 ຫົວຂໍ້ຍ່ອຍ. ຄົ້ນຄວ້າຮ່ວມມືກັບຕ່າງປະເທດ (ຮ່ວມມື 2 ຝ່າຍ ເເລະ 4 ຝ່າຍ) ລວມທັງໝົດມີ 13 ຫົວຂໍ້ໃຫຍ່, ມີ 25 ຫົວຂໍ້ຍ່ອຍ. ;

ພິເສດໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານ ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຕາມມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວ ຄິດໄກສອນ ພົມວິຫານ ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018. ໂດຍໄດ້ສຸມໃສ່ການຈັດຕັ້ງສໍາມະນາວິທະຍາສາດລະດັບຊາດກ່ຽວກັບແນວຄິດໄກສອນ ພົມວິຫານ ໄດ້ທັງຫມົດ 12 ຫົວຂໍ້ໃຫຍ່; ໃນນັ້ນໄດ້ສັງລວມເປັນປຶ້ມ ແລະຮັບຮອງແລ້ວ 08 ຫົວ. ຈັດສໍາມະນາລະດັບກະຊວງອົງການ 02 ຫົວຂໍ້ ແລະໄດ້ສຸມໃສ່ການເກັບກໍາເອກະສານທີ່ພົວພັນເຖິງປະທານໄກສອນ ພົມວິຫານ ໄດ້ 97 ກວ່າຊະນິດ, ມີ 507 ເຫຼັ້ມ. ຂໍ້ມູນທີ່ເປັນເອກະສານຕ່າງໆໄດ້ ຈໍານວນ 18.537 ກວ່າສະບັບ. ສາມາດເກັບກໍາປື້ມເຂົ້າຫ້ອງອ່ານໄດ້ 56 ລາຍການ ມີ 280 ຫົວ. ພ້ອມນັ້ນ, ໄດ້ດໍາເນີນການຕີພິມຄືນເພື່ອກະກຽມໃຫ້ການຈັດພິມນິພົນຄົບຊຸດ ໄດ້ທັງຫມົດ 4.350 ກວ່າໜ້າ.

  • ການນໍາພາດ້ານວິຊາການ ຕໍ່ໂຮງຮຽນການເມືອງ ແລະການປົກຄອງທ້ອງຖິ່ນ: ໄດ້ສືບຕໍ່ດໍາເນີນການຮຽນ-ການສອນລະບົບອະນຸປະລິນຍາ (ຊຸດສຸດທ້າຍ), ລະບົບຊັ້ນກາງ, ລະບົບຊັ້ນຕົ້ນ, ລະບົບ 45 ວັນ ແລະລະບົບ 10 ວັນ ໃຫ້ເລຂາພັກ, ຄະນະພັກ ແລະນາຍບ້ານ, ໄດ້ສໍາເລັດ 309 ຊຸດຮຽນ, ມີຜູ້ເຂົ້າ ຮຽນ 13.113 ຄົນ, ຍິງ 2.962 ຄົນ. ປັດຈຸບັນກໍາລັງດໍາເນີນການບໍາລຸງທິດສະດີການເມືອງຂັ້ນຕົ້ນ ແລະຂັ້ນກາງ ໃຫ້ພະນັກງານຫຼັກແຫຼ່ງ ຢູ່ຂັ້ນແຂວງ.
  • ການນໍາພາວຽກງານພົວພັນຕ່າງປະເທດ:

ສະຖາບັນໄດ້ຢ່າງມີຜົນສໍາເລັດເຊັ່ນ: ພົວພັນຮ່ວມມືກັບ ສສ ຫວຽດນາມ, ສປ ຈີນ, ສະຖານທູດອົດສະຕາລີ ເເລະອົງການຈັດຕັ້ງສາກົນ ໃນການປະຕິບັດແຜນການຮ່ວມມື ເປັນຕົ້ນແມ່ນນໍາພາການ ຮ່ວມມື ກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ປີ 2022 ໂດຍມີ ການປະຕິບັດກິດຈະກໍາຕ່າງໆ ແລະການຍ້ອງຍໍປະດັບຫລຽນເຊິ່ງກັນ ແລະກັນ…ໃນນັ້ນ, ຝ່າຍລາວມອບຫຼຽນໄຊ ແລະຫຼຽນກາໃຫ້ກົມກອງລວມຫມູ່ ແລະບຸກຄົນ ຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີ່ມິນ ຈໍານວນ 07 ກົມກອງ, ບຸກຄົນ ຈໍານວນ 28 ທ່ານ; ຝ່າຍຫວຽດນາມມອບຫຼຽນໄຊ ແລະຫຼຽນກາ ໃຫ້ກົມກອງລວມຫມູ່ ແລະບຸກຄົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 03 ກົມກອງ ແລະບຸກຄົນ ຈໍານວນ 40 ທ່ານ, ຍິງ 17 ທ່ານ ຕ້ອນຮັບຄະນະຜູ້ແທນ 02 ຄະນະ ແລະນໍາສົ່ງ 7 ຄະນະ.

ຮ່ວມມືກັບ ສປ ຈີນ ເປັນຕົ້ນແມ່ນໂຮງຮຽນພັກສູນກາງພັກກອມມູນິດຈີນ, ສະຖາບັນການປົກຄອງ ແຂວງກວາງຊີ ແລະສະຖາບັນປົກຄອງ ແຂວງຢຸນນານ ໂດຍການຈັດຕັ້ງກອງປະຊຸມແລກປ່ຽນ ການຄົ້ນຄວ້າວິທະຍາສາດ ກັບສະຖາບັນການປົກຄອງ ແຂວງກວາງຊີ 01 ຄັ້ງ ແລະແຂວງຢຸນນານ 01 ຄັ້ງ ແລະ ເຂົ້າຮ່ວມສໍາມະນາວິທະຍາສາດກັບໂຮງຮຽນພັກສູນກາງພັກກອມມູນນິດຈີນ 01 ຄັ້ງ. ນອກນັ້ນ ຍັງໄດ້ເຂົ້າຮ່ວມສໍາມະນາວິທະຍາສາດກັບມະຫາວິທະຍາໄລຊານຕົງ 01 ຄັ້ງ.

  • ການນໍາພາວຽກງານປັບປຸງພື້ນຖານວັດຖຸເຕັກນິກ ແລະແຜນການ-ການເງິນ. 

ສະຖາບັນໄດ້ເອົາໃຈໃສ່ນໍາພາຄຸ້ມຄອງພື້ນຖານວັດຖຸເຕັກນິກ, ໂຄງລ່າງພື້ນຖານຕ່າງໆ ຢ່າງມີປະສິດທິ ພາບ ແລະປະສິດທິຜົນດີຂຶ້ນ ໂດຍຜັນຂະຫຍາຍນະໂຍບາຍປະຢັດ ຂອງລັດຖະບານ ແລະທິດຫັນເປັນທັນສະໄຫມສະເປັນຕົ້ນ: ນໍາໃຊ້ລະບົບການຮຽນ-ການສອນທາງໄກ, ຫ້ອງປະຊຸມທາງໄກທີ່ຮັບໃຊ້ລະບົບ ການປະຊຸມອອນລາຍຮ່ວມມື ກັບພາກສ່ວນຕ່າງໆ ທັງພາຍໃນ ແລະຕ່າງປະເທດ; ໄດ້ປັບປຸງນິຕິກໍາໃນການ ຄຸ້ມຄອງພາຍໃນໃຫ້ສອດຄ່ອງກັບເງື່ອນໄຂປະຈຸບັນ ເຊັ່ນ: ລະບຽບຄຸ້ມຄອງຫໍພັກ, ລະບຽບຄຸ້ມຄອງການນໍາໃຊ້ຊັບສິນຂອງລັດ, ລະບຽບຄຸ້ມຄອງຈັດສັນລົດ, ລະບຽບປ້ອງກັນຄວາມສະຫງົບ ແລະລະບຽບຄຸ້ມຄອງການນໍາໃຊ້ງົບປະມານຂອງສະຖາບັນ ໂດຍປະຕິຕາມລະບຽບຄຸ້ມຄອງສະແດງອອກຄື: 2020 ປະຕິບັດໄດ້ 81,49%; ປີ 2021 ສາມາດຄຸ້ມຄອງການ ນໍາໃຊ້ງົບປະມານແຫ່ງລັດປະຕິບັດໄດ້ 88,40%; ປີ 2022 ສາມາດ ຄຸ້ມຄອງການນໍາໃຊ້ງົບປະມານ ໄດ້ 97,20% ໂດຍໄດ້ຈັດຕັ້ງການເຮັດບັນຊີຄູ່, ການຖືບັນຊີຄູ່ຖືກຕ້ອງຕາມຫຼັກການບັນຊີ.

  • ການກໍ່ສ້າງ ແລະປັບປຸງພັກ: ໄດ້ຈັດຕັ້ງພິທີມອບບັດໃຫ້ສະມາຊິກພັກໄດ້ ຈໍານວນ 02 ຊຸດ ລວມມີ 109 ສະຫາຍ, ຍິງ 32 ສະຫາຍ, ຮຽນສະຫນັບສະຫນູນໃຫ້ມະຫາຊົນກ້າວຫນ້າໄດ້ 49 ສະຫາຍ, ຍິງ 25 ສະຫາຍ, ຮຽນກົດ ລະບຽບພັກໄດ້ 52 ສະຫາຍ, ຍິງ 29 ສະຫາຍ, ເຂົ້າເປັນສະມາຊິກພັກສໍາຮອງໄດ້ 47 ສະຫາຍ, ຍິງ 27 ສະຫາຍ ແລະເລື່ອນສະ ມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນໄດ້ 46 ສະຫາຍ, ຍິງ 19 ສະຫາຍ.
  • ການນໍາພາວຽກງານຕິດຕາມ, ກວດກາ ແລະປ້ອງກັນພັກ: ປີ 2020 ອົງຄະນະພັກສະຖາບັນການ ເມືອງ ແລະ ການປົກຄອງມີຫນ່ວຍພັກຮາກຖານ 19 ຫນ່ວຍ, ຮັບຮອງເອົາແຜນ 15 ຫນ່ວຍພັກ ແລະ ຈັດຕັ້ງປະເມີນ 14 ຫນ່ວຍພັກ, ບໍ່ໄດ້ປະເມີນ 01 ຫນ່ວຍພັກ, ສາມາດຈັດໄດ້ປະເພດແຂງ 06 ຫນ່ວຍພັກ, ປະເພດກາງ 08 ຫນ່ວຍພັກ ແລະມີສະມາຊິກພັກແຂງ 547 ສະຫາຍ, ຍິງ 158 ສະຫາຍ, ສະມາຊິກພັກກາງມີ 06 ສະຫາຍ, ຍິງ 02 ສະຫາຍ. ປີ 2021 ອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງ ມີຫນ່ວຍພັກທັງຫມົດ ຈໍານວນ 19 ຫນ່ວຍພັກ, ຮັບຮອງເອົາແຜນ 15 ຫນ່ວຍພັກ ແລະຈັດຕັ້ງປະເມີນເມີນຜົນ 15 ຫນ່ວຍພັກ; ຕີລາຄາປະເພດແຂງ 06 ຫນ່ວຍພັກ; ປະເພດກາງ 07 ຫນ່ວຍພັກ; ບໍ່ໄດ້ຈັດປະເພດ 02 ຫນ່ວຍພັກ; ແລະມີສະມາຊິກພັກແຂງ ຈໍານວນ 593 ສະຫາຍ, ຍິງ 158 ສະຫາຍ, ສະມາຊິກພັກກາງ 23 ສະ ຫາຍ, ຍິງ 06 ສະຫາຍ.. 2022 ອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງ ມີທັງຫມົດ 16 ຫນ່ວຍພັກ, ຮັບຮອງເອົາແຜນ 13 ຫນ່ວຍພັກ, ຈັດຕັ້ງປະເມີນ 13 ຫນ່ວຍພັກ, ຕີລາຄາປະເພດແຂງ 04 ຫນ່ວຍພັກ, ປະເພດກາງ 09 ຫນ່ວຍພັກ ແລະມີສະມາຊິກພັກແຂງ 470 ສະຫາຍ, ຍິງ 146 ສະຫາຍ, ສະມາຊິກພັກກາງ 12 ສະຫາຍ, ຍິງ 4 ສະຫາຍ, ບໍ່ໄດ້ປະເມີນ 30 ສະຫາຍ, ຍິງ 19 ສະຫາຍ (ເນື່ອງຈາກເປັນສະມາຊີກພັກສໍາຮອງ ແລະບໍ່ຄົບເງື່ອນໄຂ).
  • ການນໍາພາອົງການຈັດຕັ້ງມະຫາຊົນ ແລະການສ້າງຂະບວນການ: ຖືສໍາຄັນວຽກງານມະຫາຊົນຂອງພັກ,ຈຶ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງເປັນປະຈໍາຕໍ່ອົງການຈັດຕັ້ງມະຫາຊົນ. ກ່ອນອື່ນຫມົດຄະນະບໍລິຫານງານພັກໄດ້ສ້າງເງື່ອນໄຂໃຫ້ບັນດາ ອົງການຈັດຕັ້ງມະຫາຊົນໄດ້ປັບປຸງການຈັດຕັ້ງ ແລະບຸກຄະລາກອນ ຢູ່ໃນກົງຈັກໃຫ້ມີຄວາມຫນັກແຫນ້ນ, ສຶກສາອົບຮົມສະມາຊິກ ຂອງອົງການຈັດຕັ້ງມະຫາຊົນ, ທົ່ວສມປຊ ມີຫນ່ວຍຊາວຫນຸ່ມທັງຫມົດ 13 ຮາກຖານ, ມີສະມາຊິກທັງຫມົດ 382 ສະຫາຍ, ຍິງ 149 ສະຫາຍ;; ແມ່ຍິງຮາກຖານ ມີ 14 ຮາກຖານ (ລວມທັງຮາກຖານເສດຖະກິດຄອບຄົວ) ມີ ສະມາຊິກທັງຫມົດ 231 ສະຫາຍ;; ກໍາມະບານຮາກຖານ 14 ຮາກຖານ ມີສະມາຊີກ ຈໍານວນ 538 ສະຫາຍ, ຍິງ 190 ສະຫາຍ;

ໃນ 2 ປີເຄິ່ງຜ່ານມາສາມາດຂະຫຍາຍສະມາຊິກ ຂອງ 03 ອົງການຈັດຕັ້ງມະຫາຊົນ ເຂົ້າເປັນສະມາຊິກພັກ ໄດ້ດັ່ງນີ້: ສະມາຊິກຊາວໜຸ່ມ ສາມາດຂະຫຍາຍເຂົ້າພັກ ໄດ້ຈໍານວນ 49 ສະຫາຍ, ຍິງ 25 ສະຫາຍ.

ວຽກງານຂະບວນການ: ຂະບວນການສອນດີ-ສອນເກັ່ງສອດຄ່ອງກັບທິດນໍາ 3 ເຂັ້ມ, ການຄົ້ນຄວ້າວິທະຍາສາດ ແລະຮຽນເກັ່ງ-ມີວິໄນດີ; ຂະບວນການອອກແຮງງານອະນາໄມ, ກິລາກາຍຍະກໍາ, ສິລະປະ-ວັນນະຄະດີ, ກວດສຸຂະພາບ ແລະອື່ນໆ; ຂະບວນ ການສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ; ຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດ ແລະຂອງພັກ ເຊິ່ງໄດ້ເຮັດໃຫ້ບັນຍາກາດການເຄື່ອນໄຫວປະຕິບັດຫນ້າທີ່ວິຊາສະເພາະ, ກິດຈະກໍາຕ່າງໆ ເປັນຂະບວນການຟົດຟື້ນ ແລະຕໍ່ເນື່ອງສະແດງອອກດັ່ງນີ້:

+ ຄູ-ອາຈານດີເດັ່ນ ປະເພດ I ໄດ້ 109 ທ່ານ, ຍິງ 42 ທ່ານ, ປະເພດ II ໄດ້ 21 ທ່ານ, ຍິງ 08 ທ່ານ ແລະປະເພດ III ໄດ້ 03 ທ່ານ, ຍິງ 01 ທ່ານ; ພະນັກງານດີເດັ່ນປະເພດ I ໄດ້ 216 ທ່ານ, ຍິງ 82 ທ່ານ, ປະ ເພດ II ໄດ້ 133 ທ່ານ, ຍິງ 67 ທ່ານ ແລະປະເພດ III ໄດ້ 51 ທ່ານ, ຍິງ 30 ທ່ານ; ກົມກອງດີເດັ່ນປະເພດ I ໄດ້ 17 ກົມກອງ, ປະເພດ II ໄດ້ 17 ກົມກອງ ແລະປະເພດ III ໄດ້ 01 ກົມກອງ. 

+ ການຈັດຕັ້ງການຮຽນສາມາດເລືອກໄດ້ນັກຮຽນເກັ່ງມີວິໄນດີປະເພດ I ໄດ້ 256 ທ່ານ, ຍິງ 79 ທ່ານ; ປະເພດ II ໄດ້ 299 ທ່ານ, ຍິງ 84 ທ່ານ; ປະເພດ III ໄດ້ 188 ທ່ານ, ຍິງ 31 ທ່ານ; ຄະນະພັກ ,ຄະນະ ຫ້ອງໃນການຊີ້ນໍາ-ນໍາພາຫ້ອງຮຽນປະເພດ I ໄດ້ 65 ທ່ານ, ຍິງ 18 ທ່ານ; ປະເພດ II ໄດ້ 08 ທ່ານ, ຍິງ 01 ທ່ານ; ປະເພດ III ໄດ້ 01 ທ່ານ, ຍິງ 01 ທ່ານ ແລະຫ້ອງຮຽນດີເດັ່ນປະເພດ I ໄດ້ 15 ຫ້ອງ; ປະເພດ II ໄດ້ 11 ຫ້ອງ; ປະເພດ III ໄດ້ 03 ຫ້ອງ ແລະວຽກງານການສິດສອນຂອງຄູ-ອາຈານ (ຜູ້ທີ່ກິນຊັ້ນ-ຂັ້ນເງິນເດືອນ ຕາມດໍາລັດ 177/ລບ ວ່າດ້ວຍລັດຖະກອນຄູ ໃນປະຈຸບັນມີທັງຫມົດ 69 ຄົນ, ຍິງ 26 ຄົນ, ລະດັບ ປອ ມີ 23 ຄົນ, ຍິງ 07 ຄົນ ແລະປທ ມີ 43 ຄົນ, ຍິງ 18 ຄົນ.

  • ການນໍາພາວຽກງານຈັດຕັ້ງ-ພະນັກງານ. ເຊິ່ງປະກອບມີ 12 ຫນ່ວຍງານຂັ້ນກົມ (ເພີ່ມຂຶ້ນ 02 ຫນ່ວຍງານ) ແລະ ມີ 38 ຫນ່ວຍງານຂັ້ນພະແນກ (ຫຼຸດລົງ 05 ຫນ່ວຍງານ). ພ້ອມກັນນັ້ນ, ກໍຍັງໄດ້ກໍານົດທີ່ຕັ້ງ, ພາລະບົດ ບາດ, ຫນ້າທີ່, ຂອບເຂດສິດ, ໂຄງປະກອບ ແລະແບບແຜນວິທີເຮັດວຽກ ຂອງແຕ່ລະພາກສ່ວນ, ລະບອບສ່ອງ ແສງລາຍງານ; ກໍານົດຕໍາແຫນ່ງງານສອດຄ່ອງກັບຫນ້າທີ່ການເມືອງ ຂອງສະຖາບັນ ປັດຈຸບັນສາມາດຮັບຮອງ ຕໍາແຫນ່ງງານສໍາເລັດ ທັງ 12 ພາກສ່ວນ; ໃນໄລຍະຜ່ານມາ ໄດ້ຄົ້ນຄວ້າສະເຫນີແຕ່ງຕັ້ງຮອງຫົວຫນ້າ ສມປຊ 02 ທ່ານ,, ຍິງ 01 ທ່ານ; ໄດ້ຄົ້ນຄວ້າສະເຫນີແຕ່ງຕັ້ງຫົວຫນ້າກົມ 06 ທ່ານ, ຍິງ 02 ທ່ານ; ຮອງຫົວຫນ້າກົມ 05 ທ່ານຍິງ 01 ທ່ານ; ຫົວຫນ້າພະແນກ 08 ທ່ານ, ຍິງ 02 ທ່ານ,; ຮອງຫົວຫນ້າພະແນກ 10 ທ່ານ, ຍິງ 06 ທ່ານ,. ວຽກງານພະນັກງານ. ໃນ 02 ປີກວ່າທີ່ຜ່ານມາ ໄດ້ສົ່ງພະນັກງານໄປກໍ່ສ້າງ ຢູ່ພາຍໃນປະເທດ ມີ 07 ຄົນ, ຍິງ 02 ຄົນ; ສົ່ງໄປກໍ່ສ້າງຢູ່ຕ່າງປະເທດ ມີ 11 ຄົນ, ຍິງ 06 ຄົນ (ໃນນັ້ນມີລະດັບປະລິນຍາເອກ 06 ຄົນ, ຍິງ 03 ຄົນ, ມີລະດັປະລິນຍາໂທ 05 ຄົນ, ຍິງ 04 ຄົນ), ສົ່ງພະນັກງານ ເຂົ້າບໍາລຸງຕາມຫົວຂໍ້ຕ່າງໆ ຢູ່ພາຍໃນ ແລະຕ່າງປະເທດ: ຕ່າງປະເທດ 118 ເທື່ອຄົນ, ຍິງ 45 ເທື່ອຄົນ, ພາຍໃນປະ ເທດ 2.689 ເທື່ອຄົນ, ຍິງ 245 ເທື່ອຄົນ. ມາຮອດປັດຈຸບັນ ສະຖາບັນມີພະນັກງານ-ລັດຖະກອນ 229 ຄົນ, ຍິງ 102 ຄົນ. ໃນນັ້ນຄູ-ອາຈານຜູ້ທີ່ໄດ້ມີເງິນເດືອນຕາມຊັ້ນ/ຂັ້ນ ຕາມດໍາລັດ 177/ລບ ວ່າ ດ້ວຍລັດຖະກອນຄູ ມີ 69 ຄົນ, ຍິງ 26 ຄົນ, ລະດັບ ປອ ມີ 23 ຄົນ, ຍິງ 07 ຄົນ,, ປທ ມີ 43 ຄົນ, ຍິງ 18 ຄົນ ແລະປຕ 03, ຍິງ 01 ຄົນ; ພະນັກງານບໍລິຫານ 160 ຄົນ, ຍິງ 76 ຄົນ, ມີຮອງສາດສະດາຈານ 01 ຄົນ; ປະລິນຍາເອກ 01 ຄົນ; ປະລິນຍາໂທ 28 ຄົນ, ຍິງ 14 ຄົນ; ປະລິນຍາຕີ 125 ຄົນ, ຍິງ 60 ຄົນ; ຊັ້ນສູງ 02 ຄົນ, ຍິງ 01 ຄົນ; ຊັ້ນກາງ 02 ຄົນ, ຍິງ 01 ຄົນ; ຊັ້ນຕົ້ນ 02 ຄົນ.

ຫຼັງຈາກນັ້ນ, ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາ ຕາງໜ້າຄະນະບໍລິຫານງານພັກ ສະໄໝທີ V ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາ ໃນໄລຍະ 2 ປີ ເຄິ່ງທີ່ຜ່ານມາ, ເຊິ່ງສະມາຊິກໄດ້ໃຫ້ຄວາມສົນໃຈ ແລະມີການຂຶ້ນປະກອບຄໍາເຫັນໃສ່ບົດສໍາຫຼວດແບບກົງໄປ-ກົງມາ ເຕັມໄປດ້ວຍເນື້ອໃນຈິດໃຈປະຕິວັດອັນຟົດຟື້ນເພື່ອເສີມຂະຫຍາຍດ້ານດີ ແລະແກ້ໄຂຂໍ້ຂາດຕົກບົກພ່ອງໃນຕໍ່ໜ້າ.

ໃນຕອນທ້າຍ, ປະທານກອງປະຊຸມໄດ້ຊີ້ນໍາການສະຫຼຸບຕີລາຄາຕໍ່ການນໍາພາຂອງຄະນະພັກ ແລະບຸກຄົນໃນຄະນະພັກ ເຊິ່ງສະຫາຍໄດ້ເນັ້ນໜັກໃນບາງດ້ານຄື:

         ໜຶ່ງ; ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການປ່ຽນແປງໃໝ່ພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ພິເສດ ແມ່ນຄວາມຮຽກຮ້ອງຕ້ອງການ ກ່ຽວກັບການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນວຽກງານພະນັກງານເວົ້າລວມ, ການກໍ່ສ້າງ-ບຳລຸງຖັນແຖວພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດແລະໄດ້ຮັບຄວາມເຊື່ອໝັ້ນ. ພ້ອມນີ້ກໍເສີມຂະຫຍາຍບັນດາຜົນສຳເລັດທີ່ຍາດມາໄດ້, ປັບປຸງຂໍ້ຈຳກັດ, ກຳນົດພາລະກຳ, ວິໄສທັດ, ທັດສະນະ, ເປົ້າໝາຍ, ຄຸນຄ່າອັນເປັນແກ່ນສານ.

ສອງ; ເອົາໃຈໃສ່ນຳພາຊີ້ນຳ ສ້າງການຫັນປ່ຽນຢ່າງຕັ້ງໜ້າຕື່ມອີກໃນການປະຕິບັດຫຼັກສູດ ການຮຽນການສອນ ໃຫ້ມີຄວາມຕໍ່ເນື່ອງ ຕາມມະຕິ, ກໍ່ຄືຄຳສັ່ງຂອງກົມການເມືອງສູນກາງພັກ, ສາມາດສ້າງ ໄດ້ນັກການເມືອງ, ພະນັກງານນຳພາຄຸ້ມຄອງທີ່ດີ ແລະ ເກັ່ງ; ໃນຕໍ່ໜ້າຄວນຫັນທິດ ໄປສູ່ການບຳ ລຸງໃຫ້ຫຼາຍຂຶ້ນ,ຕາມຫຼັກສູດທີ່ພວກເຮົາສ້າງຂຶ້ນແລະຮັບຮອງຈາກສະພາທິດສະດີສູນກາງພັກເຊັ່ນ: ທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ, ຂັ້ນສູງ, ຝຶກອົບຮົມລົງເລິກຫົວຂໍ້ສະເພາະແລະຫົວຂໍ້ອື່ນໆ. ໃນນັ້ນໃຫ້ຖືຄຸນນະພາບເປັນກົກ, ຮຽນແລ້ວ, ຮັບຮູ້ແລ້ວ, ​ເວລາໄປຈັດຕັ້ງຕົວຈິງໃຫ້ມີໝາກ, ມີຜົນ, ໝາຍວ່າ ຮູ້ຈັດຕັ້ງນໍາພາ ບັນຊາໃຫ້ເກີດຜົນປະໂຫຍດຕົວຈິງ, ​ເປັນຮູບປະທຳ.

         ສາມ; ເພີ່ມທະວີການປະຕິບັດພາລະບົດບາດ ໃນການຄົ້ນຄວ້າທິດສະດີມາກເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອ ແລະປະຫວັດສາດຂອງພັກ, ຂອງຊາດ ໃນຕໍ່ໜ້ານີ້ ການຄົ້ນ ຄວ້າວິທະຍາສາດ ຕ້ອງຕິດພັນກັບການຜັນຂະຫຍາຍມະຕິຂອງພັກ, ຄົ້ນຄວ້າທິດສະດີ ແລະສະ ຫຼຸບພຶດຕິກຳ ກ່ຽວກັບການພັດທະນາເສດຖະກິດສັງຄົມ ໃນແຕ່ລະໄລຍະ. ເຮັດໄດ້ຄືແນວນັ້ນ

         ສີ່; ອົງຄະນະພັກສະຖາບັນຄວນເອົາໃຈໃສ່ໃນການກໍ່ສ້າງຖັນແຖວຄູອາຈານ ແລະນັກວິທະຍາສາດໃຫ້ສູງຂຶ້ນກວ່າເກົ່າ, ມີລະດັບທາງດ້ານການຄົ້ນຄວ້າທິດສະດີ ແລະພຶດຕິກຳໃຫ້ຫຼາຍ, ມີວິທີການສິດສອນທີ່ຫຼັກຫຼາຍ ແລະມີຄວາມເຂົ້າໃຈພຶດຕິກຳທີ່ກວ້າງຂວາງ, ໜັກແໜ້ນ. ເພື່ອແກ້ໄຂສະພາບພະນັກງານເຫຼືອບໍ່ພໍ,ການ ຫຼຸດໂຕນກັນ ລະຫວ່າງຮຸ່ນຄູອາຈານ

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ