ໃນວັນທີ 12 ເມສາ 2021 ນີ້ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມາເຄື່ອນໄຫວເຮັດວຽກ ແລະພົບປະໂອ້ລົມຕໍ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງ;

ໃນໂອກາດນີ້ທ່ານ ປອ. ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ລາຍງານຫຍໍ້ການເຄື່ອນໄຫວຮອບດ້ານຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ; ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຂວງ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະນໍາໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ເປັນເຈົ້າການນໍາພາເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ດ້ວຍຄວາມຮັບຜິດຊອບສູງສາມາດພັດທະນາຊັບພະຍາກອນມະນຸດໃຫ້ມີປະລິມານ ແລະຄຸນນະພາບຫຼາຍຂຶ້ນ ແລະສາມາດຈັດຕັ້ງປະຕິບັດການຮຽນ-ການສອນໄປຕາມທິດ ທີ່ສະຖາບັນການເມືອງ ແລະ ການປົກຄອງວາງອອກໃຫ້ນັບມື້ນັບດີຂຶ້ນ. ການຈັດຕັ້ງການຮຽນ-ການສອນໄດ້ດໍາເນີນໄປເປັນ 4 ລະບົບ, ຮຽນໄປພ້ອມໆກັນ ສະເພາະແຕ່ປີ2019-2020, ລະບົບຊັ້ນກາງສາມາດຈັດຕັ້ງປະຕິບັດຊຸດຮຽນໄດ້ 3 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 144 ຄົນ, ຍິງ 30 ຄົນ; ໃນນີ້ຮຽນຈົບໄປແລ້ວ 47 ຄົນ, ຍິງ13 ຄົນ. ປັດຈຸບັນພວມສືບຕໍ່ການຮຽນ ແລະຈະຮັບໃບປະກາສະນີຍະບັດ 2 ຊຸດມີຜູ້ເຂົ້າຮຽນ 97 ຄົນ, ຍິງ17 ຄົນ, ລະບົບຊັ້ນຕົ້ນສາມາດຈັດຕັ້ງປະຕິບັດໄດ້ 7 ຊຸດ ຄື: ຢູ່ເມືອງພຽງ, ເມືອງຊຽງຮ່ອນ, ເມືອງໄຊຍະບູລີ, ເມືອງຄອບ, ເມືອງເງິນ, ເມືອງຫົງສາ ແລະພະແນກສຶກສາທິການແລະກິລາແຂວງພ້ອມພະແນກການອ້ອມຂ້າງແຂວງ 1 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 364 ຄົນ, ຍິງ104 ຄົນ. ປັດຈຸບັນພວມສືບຕໍ່ດໍາເນີນການຮຽນ-ການສອນລະບົບຊັ້ນກາງ 1 ຊຸດ, ມີນັກສຶກສາ 48 ຄົນ, ຍິງ 9 ຄົນ, ຫຼັກສູດ 10 ວັນ ໃຫ້ນາຍບ້ານໄດ້ສໍາເລັດແລ້ວ ຢູ່ເມືອງພຽງໄດ້ 2 ຊຸດ, ເມືອງຊຽງຮ່ອນ 1 ຊຸດ, ເມືອງເງິນ 1 ຊຸດ, ມີຜູ້ເຂົ້າຮ່ວມຝຶກອົບຮົມ 233 ຄົນ, ຍິງ 31 ຄົນ, ປັດຈຸບັນພວມດໍາເນີນຢູ່ເມືອງຫົງສາ ແລະກຽມເປີດຢູ່ບັນດາເມືອງທີ່ມີຄວາມພ້ອມ.

ຈາກນັ້ນ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ຄະນະນໍາ ແລະພະນັກງານຫຼັກແຫຼ່ງພາຍໃນໂຮງຮຽນການເມືອງ ແລະການປົກຄອງແຂວງຍາດມາໄດ້ພ້ອມທັງເນັ້ນໜັກໃຫ້ຄະນະໂຮງຮຽນມອບຄວາມຮັບຜິດຊອບໃຫ້ຂະແໜງການຕ່າງໆປະຕິບັດໜ້າທີ່ຄຸ້ມຄອງການຮຽນ-ການສອນຕາມພາລະບົດບາດຂອງແຕ່ລະຂະແໜງການ, ປັບປຸງຕົນເອງທາງທັດສະນະແນວຄິດ ແລະການປະພຶດທີ່ດີ, ຕັ້ງໜ້າປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້, ດ້ານການຮຽນການສອນຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງໄປຕາມການຊີ້ນໍາດ້ານວິຊາການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮັບປະກັນຖືກຕ້ອງກັບຫຼັກສູດ ແລະປະຕິບັດບັນດາໜ່ວຍກິດຂອງແຕ່ລະວິຊາຮຽນຢ່າງຄົບຖ້ວນ, ເອົາໃຈໃສ່ກໍ່ສ້າງບໍາລຸງພະນັກງານ, ຄູ-ອາຈານໃຫ້ຕໍ່ເນື່ອງຕິດພັນກັບຂະບວນການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ, ສ້າງຄູສອນດີ, ສອນເກັ່ງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາແຂວງໄຊຍະບູລີ ກໍຄືພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໃຫ້ມີຄຸນນະພາບໃນເງື່ອນໄຂໃໝ່.

ຂ່າວ: ອຸທິດ ເກດດົມລິ
ພາບ: ວັດທະນາ ພັນລັກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ