ໃນວັນທີ 29 ຕຸລາ 2020 ຢູ່ທີ່ສະໂມສອນໃຫຍ່ເມືອງເງິນແຂວງໄຊຍະບູລີໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນຮຸ່ນທີ I ຂອງເມືອງເງິນ, ໂດຍໃຫ້ກຽດເຂົ້າຮ່ວມ ມີທ່ານ ຄໍາແພງ ຕັດສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງເງິນ, ມີທ່ານ ບຸນຍອງ ອາລິລັກ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ເລຂາພັກບ້ານນາຍບ້ານ, ແຂກຖືກເຊີນພ້ອມດ້ວຍຄູອາຈານຕະຫຼອດຮອດນັກສຶກສາທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນຮຸ່ນທີ I ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວທ່ານ ນາງ ສີຈົມ ບຸນມານະທຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ຕາງໜ້າຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນ 3 ເດືອນ ຮຸ່ນທີ I, ສຳລັບພະນັກງານ, ອົງການ, ກົມກອງອ້ອມຂ້າງເມືອງ. ຊຶ່ງເລີ່ມດຳເນີນການຮຽນ-ການສອນມາແຕ່ວັນທີ 04 ສິງຫາ 2020, ມີນັກສຶກສາທັງໝົດ 49 ສະຫາຍ, ຍິງ 13 ສະຫາຍ, ເນື້ອໃນການຮຽນ-ການສອນແມ່ນປະກອບດ້ວຍວິຊາຄວາມຮູ້ພື້ນຖານທົ່ວໄປ, ຄວາມຮູ້ຕິກນິກທົ່ວໄປ ແລະຄວາມຮູ້ວິຊາສະເພາະທາງດ້ານການເມືອງ ແລະການປົກຄອງ ລວມມີທັງໝົດ 9 ວິຊາຮຽນ, ໃຊ້ເວລາຂຶ້ນຫ້ອງຮຽນຕົວຈິງ 259 ຊົ່ວໂມງ ເທົ່າກັບ 15,31 ໜ່ວຍກິດ ລວມທັງການສອບເສັງຈົບຊັ້ນ, ອາຈານສອນແມ່ນເຊີນອາຈານຈາກໂຮງຮຽນການເມືອງ ແລະການປົກຄອງແຂວງເປັນຕົ້ນຕໍ ແລະອາຈານພາຍໃນເມືອງທີ່ມີປະສົບການ ແລະໄດ້ຜ່ານການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ ແລະການປົກຄອງມາກ່ອນ; ຜົນການສອບເສັງສະແດງອອກຄື: ຄະແນນ 4 ມີ 2 ສະຫາຍ, ເທົ່າກັບ 4,08%, ຄະແນນ 3,5 ມີ 47 ສະຫາຍ, ຍິງ 13 ສະຫາຍເທົ່າກັບ 95,92%; ໃນໂອກາດດຽວກັນນີ້ ທ່ານ ຄໍາແພງ ຕັດສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງເມືອງເງິນຍັງໄດ້ມອບໃບປະກາສະນີຍະບັດໃຫ້ບັນດາຜູ້ທີ່ສຳເລັດໃນການຮຽນຄັ້ງນີ້.

ຂ່າວ: ອຸທິດ ເກດດົມລິ

ຂ່າວ/ພາບ: ຫ້ອງການ ຖວທ ເມືອງເງິນ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ