ໃນວັນທີ 31 ຕຸລາ 2020 ຄະນະນັກສຶກສາລົງກໍ່ສ້າງຮາກຖານ-ການເມືອງ ບ້ານພ້າວ ແລະ ບ້ານນາຝາຍໄປທັດສະນະແລກປ່ຽນບົດຮຽນກັບຄະນະບ້ານຊຽງແລທ່າ.

          ພາຍໃຕ້ການນຳພາຂອງທ່ານ ອາຈານ ປທ ນາງ ສຸດໃຈ ວົງພະຈັນ, ທ່ານ ອາຈານ ປທ ນາງ ຄຳຕັນ ທຳມະວົງ, ມີຄະນະພັກບ້ານ-ບ້ານພ້າວ ແລະ ບ້ານນາຝາຍ ພ້ອມດ້ວຍຄະນະນັກສຶກສາທັງ 2 ບ້ານ  ເຂົ້າຮ່ວມໃນການໄປທັດສະນະຄັ້ງນີ້ ເປັນກຽດຕ້ອນຮັບຈາກທ່ານ ບຸນມີ ເພຍສາຂາ ເລຂາພັກບ້ານ-ນາຍບ້ານຊຽງແລທ່າ ພ້ອມດ້ວຍຄະນະ ໃນພິທີດັ່ງກ່າວມີຈຳນວນຄົນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 13 ທ່ານ.

          ພິທີແລກປ່ຽນບົດຮຽນຄັ້ງນີ້ໄດ້ຈັດຂື້ນທີ່ອົງການປົກຄອງບ້ານ-ບ້ານຊຽງແລທ່າ ຊຶ່ງໄດ້ຮັບຟັງການລາຍງານສະພາບລວມຂອງບ້ານທັງ 3 ບ້ານ ຊຶ່ງແຕ່ບ້ານໄດ້ຍົກໃຫ້ເຫັນບັນດາຜົນງານທີ່ພົ້ນເດັ່ນຂອງບ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວໂດຍລວມແລ້ວ ຄະນະນັກສຶກສາພ້ອມດ້ວຍຄະນະບ້ານທັງ 3 ບ້ານກໍ່ໄດ້ປະກອບຄໍາຄິດຄໍາເຫັນ. ຖອດຖອນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ. ຈາກນັ້ນ ທ່ານ ບຸນມີ ເພຍສາຂາ ເລຂາພັກບ້ານໄດ້ສະແດງຄວາມຂອບໃຈມາຍັງຄະນະນັກສຶກສາທີ່ໄດ້ມີຄຳຄິດຄຳເຫັນແລກປ່ຽນບົດຮຽນ ແລະ ທ່ານ ບຸນມີ ເພຍສາຂາ ກໍ່ຊີ້ແຈ້ງລະອຽດກ່ຽວບັນຫາຕ່າງໆທີ່ຄະນະນັກສຶກສາໄດ້ຍົກຂຶ້ນມາ.

          ໃນໂອກາດດັ່ງກ່າວ ທ່ານ ອາຈານ ປທ ນາງ ສຸດໃຈ ວົງພະຈັນ ຜູ້ຊີ້ນຳຄະນະນັກສຶກສາທີ່ລົງຮາກຖານການເມືອງ ໄດ້ໂອ້ລົມ ແລະ ສະແດງຄວາມຂອບໃຈຕໍ່ເລຂາພັກບ້ານ ທັງ 3 ບ້ານ ທີ່ໄດ້ໃຫ້ການຕ້ອນຮັບນັກສຶກສາທີ່ລົງກໍ່ສ້າງຮາກຖານການເມືອງຂອງພວກເຮົາດ້ວຍຄວາມອົບອຸ່ນ, ໃນການໂອ້ລົມດັ່ງກ່າວ ພ້ອມກັນນັ້ນ ທ່ານ ປທ ນາງ ສຸດໃຈ ວົງພະຈັນ ຍັງໄດ້ເໜັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຮູ້ ແລະ ເຂົ້າໃຈຕໍ່ກັບພາລະບົດບາດຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ.

          ນອກຈາກນັ້ນ, ເລຂາພັກບ້ານນາຍບ້ານ ຊຽງແລທ່າ ພ້ອມດ້ວຍຄະນະໄດ້ນຳພາຄະນັກນັກສຶກສາ, ຄະນະບ້ານ-ບ້ານພ້າວ ແລະ ບ້ານນາຝາຍ ໄປທັດສະນະຢ້ຽມຊົມແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ທີ່ເປັນເອກະລັກເປັນ

ແຫຼ່ງທ່ອງທ່ຽວຂອງບ້ານທີ່ມີຊື່ສຽງໂດ່ງດັງໃນປັດຈຸບັນ.

ຂ່າວ/ພາບ: ນາງ ສົມພານ ລາດຊະວົງ.
ບັນນາທິການ:  ຄອນສະຫວັນ ແສນຍານຸພາບ