ໃນຕອນເຊົ້າວັນທີ 14 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໄລຍະ 2026-2030. ໃຫ້ກຽດເຂົ້າຮ່ວມ ແລະເປັນປະທານໂດຍ ທ່ານ ນາງ ພວງພະຈັນ ມູນທະວົງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນຊູ ອິດທິພົນ ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການການປົກຄອງແຂວງ, ທ່ານ ພອນສັກ ແສງມີລາທີ ຮອງປະທານກວດກາພັກແຂວງ, ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ມີຄະນະພັກ, ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ພອນສັກ ແສງມີລາທີ ຮອງປະທານກວດກາພັກແຂວງ ໄດ້ຜ່ານມະຕິຕົກລົງ ກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ, ນະຄອນຫຼວງວຽງຈັນ, ວັນທີ 24/07/2026 ແລະຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕະບັດ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 557/ຄຈສພ, ນະຄອນຫຼວງວຽງຈັນ, ວັນທີ 21/08/2026.



ເພື່ອຕອບສະໜອງໃຫ້ແກ່ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ກ່ຽວກັບການຄາດຄະເນເປົ້າໝາຍພະນັກງານທີ່ຈະສັບຊ້ອນ ແລະຈັດວາງເຂົ້າໃນຕໍ່າແໜ່ງງານນໍາພາ-ຄຸ້ມຄອງ, ແນໃສ່ຮັບປະກັນມີລັກສະນະສືບທອດປ່ຽນແທນທີ່ເປັນລະບົບ ແລະຕໍ່ເນື່ອງ ຮັບປະກັນໃຫ້ແກ່ໜ້າທີ່ການເມືອງ ໃນໄລຍະ ໃໝ່. ພະນັກງານ, ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງແຂວງ ມີ 22 ທ່ານ, ຍິງ 9 ທ່ານ, ມີ 4 ຂະແໜງການ ຄື: ຂະແໜງບໍລິຫານ-ຈັດຕັ້ງພະນັກງານ, ຂະແໜງວິຊາການ, ຂະແໜງຄຸ້ມຄອງການຮຽນ-ການສອນ, ຂະແໜງຂໍ້ມູນ-ຂ່າວສານ ແລະສະພາຄູ, ພ້ອມດ້ວຍກອງເລຂາສະພາຄູ ໃນການຈັດຕັ້ງ ແລະເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ຄວາມຮັບຜິດຊອບທີ່ໄດ້ກໍານົດໄວ້.
ໃນໂອກາດນີ້, ທ່ານ ນາງ ພວງພະຈັນ ມູນທະວົງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ມີຄໍາເຫັນໂອ້ລົມ, ຊີ້ນໍາ ພະນັກງານ, ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງ ເພື່ອເຮັດໃຫ້ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ບັນລຸຕາມຈຸດປະສົງ ແລະລະດັບຄາດໝາຍທີ່ກໍານົດໄວ້.
ຂ່າວ/ພາບ: ນ. ຄໍາເພັດ ບຸນນະຈັນ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
