ວັນທີ 28 ສິງຫາ 2026 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ໂດຍການເປັນປະທານຮ່ວມ ຂອງທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫງຊາດ, ທ່ານ ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ (ຜູ້ຊີ້ນໍາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ), ທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງໂຮງຮຽນ, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.




ໃນພິທີ, ທ່ານ ປທ ສຸລິໂຍ ແກ້ວແກ່ນຈັນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V. ຈາກນັ້ນ ທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຜ່ານຮ່າງບົດສະຫຼຸບການຮຽນ-ການສອນ ທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ໄລຍະເວລາດໍາເນີນໃນຫຼັກສູດ 06 ເດືອນ ເລີ່ມແຕ່ວັນທີ 25 ກຸມພາ 2026 – ວັນທີ 28 ສິງຫາ 2026 ໄດ້ຈັດຕັ້ງການຮຽນ-ການສອນສຳເລັດ. ໃນຫຼັກສູດດັ່ງກ່າວ ລວມມີ 14 ວິຊາຮຽນ, ຊົ່ວໂມງເຄື່ອນໄຫວໃນຫຼັກສູດລວມທັງໝົດ 670 ຊົ່ວໂມງ, ຊົ່ວໂມງບັນລະຍາຍມີ 373 ຊົ່ວໂມງ, ຊົ່ວໂມງສໍາມະນາມີ 85 ຊົ່ວໂມງ, ຊົ່ວໂມງແກ້ຂໍ້ຂ້ອງໃຈມີ 50 ຊົ່ວໂມງ, ເສັງຂຽນມີ 45 ຊົ່ວໂມງ, ປະເມີນບົດລາຍງານມີ 42 ຊົ່ວໂມງ, ໄປທັດສະນະສຶກສາ ແລກປ່ຽນບົດຮຽນ ແລະຂຽນບົດລາຍງານຜົນການໄປທັດສະນະສຶກສາມີ 21 ຊົ່ວໂມງ, ການຂຶ້ນຫ້ອງສິດສອນໃນຊຸດນີ້ ມີອາຈານສອນພາຍໃນທັງໝົດຈໍານວນ 15 ທ່ານ, ຍິງ 04 ທ່ານ, ອາຈານຮັບເຊີນຈໍານວນ 06 ທ່ານ, ຍິງ 01 ທ່ານ, ມີຊົ່ວໂມງສອນອາຈານພາຍໃນຈໍານວນ 198ຊົ່ວໂມງ, ອາຈານຮັບເຊີນ 175 ຊົ່ວໂມງ. ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ພາຍໃນໂຮງຮຽນຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ມີການປະເມີນການຂຶ້ນຫ້ອງສອນ ຂອງອາຈານ, ໃນການຮຽນ, ການຄົ້ນຄວ້າພາຍຫຼັງໄດ້ສໍາເລັດການຮຽນແຕ່ລະວິຊາ ກໍໄດ້ຈັດການສອບເສັງ ດ້ວຍຮູບການເສັງຂຽນ, ເຮັດບົດລາຍງານ ແລະ ຈັດຕັ້ງປະເມີນຜົນການຮຽນຕໍ່ວິຊາຫຼັກ ແລະ ໄດ້ຂຽນບົດປ້ອງກັນຈົບຂັ້ນເປັນລາຍບຸກຄົນ, ຜ່ານຈາກການຄົ້ນຄວ້າຮໍ່າຮຽນໃນລະບົບຂັ້ນກາງ ຮຸ່ນທີ V ໄດ້ຮັບຜົນສໍາເລັດ 100% ແລະ ອອກໃບຢັ້ງຢືນຈົບຂັ້ນກາງຈໍານວນ 53 ຄົນ, ຍິງ 13 ຄົນ, ສາມາດຈັດເກຼດຄະແນນເປັນບຸກຄົນ ແລະ ລາຍວິຊາໄດ້ ຄື: ຄະແນນເກຼດ A ໄດ້ 84,49 %, ຄະແນນເກຼດ B+ ໄດ້ 14,34 %, ຄະແນນເກຼດ B ໄດ້ 1,17 %. ຜົນການປະເມີນການຂຶ້ນຫ້ອງສອນ ຂອງອາຈານ ແມ່ນມີຜົນໄດ້ຮັບຢູ່ໃນລະດັບດີ ເຊັ່ນ: ປະເພດດີຫຼາຍໄດ້ 87,35 % ແລະ ປະເພດດີໄດ້ 12,65 % .





ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ອະນຸມັດມອບໃບຢັ້ງຢືນໃຫ້ນັກສຶກສາຈົບທິດສະດີການເມືອງຂັ້ນກາງຮຸ່ນທີ V ຈໍານວນ 53 ທ່ານ, ຍິງ 13 ທ່ານ ໂດຍໃຫ້ກຽດມອບໃບຢັ້ງຢືນ ຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ນອກຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງຍັງໄດ້ຜ່ານຂໍ້ຕົກລົງມອບໃບຍ້ອງຍໍຂັ້ນແຂວງ ໃຫ້ກຽດມອບໂດຍ ທ່ານ ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜ່ານຂໍ້ຕົກລົງມອບໃບຍ້ອງຍໍຂັ້ນໂຮງຮຽນຕໍ່ກັບຜົນການຮຽນຂອງນັກສຶກສາ ໃຫ້ກຽດມອບໂດຍ ທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະ ຜ່ານຂໍ້ຕົກລົງມອບໃບຍ້ອງຍໍບຸກຄົນປະກອບສ່ວນພັດທະນາພື້ນຖານໂຄງລ່າງຂອງໂຮງຮຽນ ໃຫ້ກຽດມອບໂດຍ ທ່ານ ຄໍາພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ.
ໂອກາດທີ່ມີຄວາມໝາຍນີ້ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ (ຜູ້ຊີ້ນໍາໂຮງຮຽນການເມືອງ ແລະ ການປົກຄອງແຂວງ) ກໍໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມ ໂດຍໄດ້ເນັ້ນໃຫ້ຄະນະນຳ ແລະ ຄູ-ອາຈານ ເອົາໃຈໃສ່ຍົກສູງຄຸນນະພາບການຮຽນ-ການສອນ, ກະກຽມບົດສອນໃຫ້ເລິກເຊິ່ງ, ເຊື່ອມໂຍງທິດສະດີ ກັບພຶດຕິກຳຕົວຈິງ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ມີຄວາມກົມກຽວກັນດີ.
———————–
ຂ່າວ/ພາບ: ສັນຕິໄຊ ພະຄຸນທອງ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
