ໃນຕອນແລງວັນທີ 10 ກັນຍາ 2026, ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງສະຫວັນນະເຂດ ໄດ້ມີການຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ XI ແລະ ຂັ້ນກາງ ຮຸ່ນທີ VIII ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມນີ້, ຍັງມີ ທ່ານ ດວງຈັນ ແສນບຸດຕະລາດ, ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ສະຫວັນນະເຂດ ໃຫ້ກຽດເຂົ້າຮ່ວມຕາງໜ້າພາຍໃນແຂວງ, ພ້ອມດ້ວຍຄະນະ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.






ຜ່ານການລາຍງານການຈັດຕັ້ງປະຕິບັດຕະຫຼອດໄລຍະການຮຽນການສອນຈາກ ທ່ານ ດວງຈັນ ແສນບຸດຕະລາດ ວ່າ: ລະບົບຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ VIII ປະກອບມີນັກສຶກສາຈໍານວນ 56 ທ່ານ, ຍິງ 16 ທ່ານ ຊຶ່ງໃຊ້ເວລາຮຽນຕົວຈິງ 6 ເດືອນ. ສໍາລັບລະບົບຂັ້ນຕົ້ນ ຮຸ່ນທີ XI ມີນັກສຶກສາ ຈໍານວນ 88 ທ່ານ, ຍິງ 61 ທ່ານ ໃຊ້ເວລາຮຽນ 2 ເດືອນ. ຜົນການຄົ້ນຄວ້າຮໍ່າຮຽນຂອງນັກສຶກສາທັງສອງລະບົບແມ່ນໄດ້ຮັບຜົນສໍາເລັດຢ່າງຈົບງາມ ຊຶ່ງສາມາດບັນລຸໄດ້ປະເພດດີເລີດ ເກຼດ A ທັງໝົດ 100%. ຜົນສໍາເລັດດັ່ງກ່າວສະແດງໃຫ້ເຫັນເຖິງຄຸນນະພາບການສິດສອນຂອງຄູ-ອາຈານ ບວກກັບຄວາມເອົາໃຈ ໃສ່ຊີ້ນໍາຢ່າງໃກ້ຊິດຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕະຫຼອດຮອດຄະນະປະຈຳພັກແຂວງ.


ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງໃນມູມມອງທາງການເມືອງຢ່າງເລິກເຊິ່ງ, ໂດຍໄດ້ເນັ້ນໜັກວ່າ: ຄວາມຮູ້ທາງທິດສະດີທີ່ ສະແດງອອກເປັນຄະແນນໃນມື້ນີ້ ແມ່ນພຽງແຕ່ເຂັມທິດເຍືອງທາງໃຫ້ແກ່ການເຄື່ອນໄຫວພຶດຕິກຳໃນຕໍ່ ໜ້າ. ທ່ານປະທານໄດ້ຮຽກຮ້ອງໃຫ້ນັກສຶກສາທີ່ສໍາເລັດການສຶກສາທຸກສະຫາຍ ຕ້ອງຮູ້ໝູນໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຕົວຈິງຢ່າງປະດິດສ້າງ ເພື່ອໃຫ້ເກີດຜົນປະໂຫຍດແກ່ການສ້າງສາພັດທະນາປະເທດຊາດ ແລະ ທ້ອງຖິ່ນຢ່າງແທ້ຈິງ, ໃຫ້ສອດຄ່ອງກັບເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັ ກ. ພ້ອມກັນນັ້ນ ຕ້ອງກຳແໜ້ນວິທະຍາສາດ ຂອງລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ໂດຍຕ້ອງມີຄວາມກ້າຄິດ, ກ້າຮັບຜິດຊອບ, ກ້າປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ທີ່ດີກວ່າ ແລະ ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ທ່ານຍັງໄດ້ຊີ້ແນະໃຫ້ພະນັກງານນໍາພາ-ຄຸ້ມຄອງ ຕ້ອງເປັນເຈົ້າການຄົ້ນຄວ້າຊອກຫາຊ່ອງທາງແກ້ໄຂບັນຫາ, ຕັດສິນໃຈເສຍສະຫຼະຜົນປະໂຫຍດສ່ວນຕົວ ແລະ ຖືເອົາຜົນປະໂຫຍດສ່ວນລວມເປັນທີ່ຕັ້ງສູງສຸດ. ນອກຈາກນັ້ນ, ທ່ານປະທານຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະໂຮງຮຽນ ສືບຕໍ່ຍົກສູງນໍ້າໃຈຮັບຜິດຊອບໃນການບຳລຸງສ້າງພະນັກງານສືບທອດປ່ຽນແທນ ໃຫ້ມີຄວາມຮັບຮູ້ທາງດ້ານຫຼັກມູນທິດສະດີມາກ-ເລນິນຢ່າງເລິກເຊິ່ງ ເພື່ອນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງສະຫງ່າງາມ.
——————-
ຂ່າວ/ ຕາອັອດ ແສນທະວີສຸກ
ພາບ: ໂຮງຮຽນການເມືອງ-ການປົກຄອງແຂວງສະຫວັນນະເຂດ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
