ໃນຕອນເຊົ້າວັນທີ 06 ສິງຫາ 2026 ທີ່ຜ່ານມາ ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V. ພາຍໃຕ້ການເປັນປະທານ ໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ປອ ເພັດສະໝອນ ດວງປະເສີດ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີບັນດາແຂກຖືກເຊີນບັນດາພະແນກການພາຍໃນແຂວງ ແລະ 7 ເມືອງ, ມີພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມທັງໝົດ 175 ສະຫາຍ, ຍິງ 59 ສະຫາຍ, ໃນພິທີ ທ່ານ ວັນສີ ທອງມະນີວົງ ຮອງຫົວໜ້າໂຮງຮຽນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ສະບັບເລກທີ 1119/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 04 ສິງຫາ 2026. ຫຼັງຈາກນັ້ນ ທ່ານ ປອ ເພັດສະໝອນ ດວງປະເສີດ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ປີ 2026 ນີ້ ແມ່ນໄດ້ດໍາເນີນການຮຽນ-ການສອນຕາມໂຄງການຫຼັກສູດທິດສະດີການເມືອງ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດກໍານົດໄວ້ ເຊິ່ງເວລາຮຽນແມ່ນ 6 ເດືອນ ເທົ່າກັບ 717 ຊົ່ວໂມງ , ລວມວິຊາຮຽນທັງໝົດມີ 14 ວິຊາປະກອບດ້ວຍບັນດາກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ກຸ່ມວິຊາແນວຄິດໄກສອນພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ, ກຸ່ມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່ມ. ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ສໍາລັບຂັ້ນກາງ ຮຸ່ນທີ V ປະຈໍາສົກຮຽນ 2026 ສະເລ່ຍຜົນການຮຽນ ຂອງນັກສຶກສາຕະຫຼອດຊຸດຮຽນໃນຈໍານວນ 14 ວິຊາ ບວກກັບຄະແນນປ້ອງກັນບົດຈົບຂັ້ນ ສະຫຼຸບໄດ້ ຄື: ນັກສຶກສາຮຽນເກັ່ງໄດ້ຄະແນນເກຣດ A (ປະເພດດີເລີດ) ຕະຫຼອດຊຸດຮຽນມີ 49 ສະຫາຍ, ຍິງ 11 ສະຫາຍ ເທົ່າກັບ 50,90%, ຖ້າທຽບໃສ່ຊຸດຮຽນທີ່ຜ່ານມາແມ່ນ ຈໍານວນເພີ່ມຂຶ້ນ 1 ເທົ່າຕົວ ຂອງນັກສຶກສາທີ່ຮຽນເກັ່ງປະເພດດີເລີດ, ນັກສຶກທີ່ໄດ້ຄະແນນເກຣດ B+ (ດີຫຼາຍ) ມີ 6 ສະຫາຍ, ຍິງ 1 ສະຫາຍ ເທົ່າກັບ 10,90%, ຄະແນນ ເກຣດ B ຫາເກຣດ F ແມ່ນບໍ່ມີ.

ໃນພິທີທ່ານ, ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຶກສາທີ່ສໍາເລັດການສຶກສາໃນຄັ້ງນີ້ ແລະມອບໃບຍ້ອງຍໍໃຫ້ແກ່ນັກສຶກສາທີ່ມີຜົນງານດີເດັ່ນໃນການສຶກສາ, ປະກອບສ່ວນໃນການພັດທະ ນາໂຮງຮຽນ ແລະຮັກສາລະບຽບວິໄນ, ໂອກາດດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນໍາ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ບັນດານັກສຶກສາທີ່ສໍາເລັດການຮຽນໃນຄັ້ງນີ້ນໍາເອົາຄວາມຮູ້, ບົດຮຽນ ແລະທິດສະດີທີ່ໄດ້ຮຽນມາໄປຜັນຂະຫຍາຍ ແລະປະຕິບັດຕົວຈິງເຂົ້າໃນໜ້າທີ່ວຽກງານຂອງຕົນໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະມີປະສິດທິຜົນໃຫ້ສູງຂຶ້ນກວ່າເກົ່າ. ໃນພິທີທີ່ມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ ແລະບັນລຸສໍາເລັດຕາມຄາດໝາຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ກໍໄດ້ກ່າວປິດພິທີຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ຢ່າງເປັນທາງການ, ພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ຈຶ່ງໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

———————————-

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ

(ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ