ວັນທີ 1 ຕຸລາ 2020 ຊາວໜຸ່ມຮາກຖານຫ້ອງການ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນນໍາ ຊາວໜຸ່ມເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ການນໍາພາຂອງສະຫາຍ ເຊັ່ງ ຢ່າງ  ຄະນະໜ່ວຍພັກຮາກຖານຫ້ອງການ, ຄະນະບໍລິຫານງານຊາວໜຸ່ມ ສມປຊ, ເລຂາຮາກຖານຊາວໜຸ່ມ ຫ້ອງການ, ມີຜູ້ຕາງໜ້າຈາກຄະນະຊາວໜຸ່ມແຕ່ລະຮາກຖານ ແລະສະມາຊິກຊາວໜຸ່ມ ພາຍໃນຮາກຖານຫ້ອງການ ເຂົ້າຮ່ວມໃນການໄປທັດສະນະໃນຄັ້ງນີ້, ເປັນກຽດຕອນຮັບຈາກສະຫາຍ  ສີສຸວັນ ພັນທະລັງສີ ກຳມະການພັກເມືອງ, ເລຂາຊາວໜຸ່ມເມືອງໄຊທານີ, ໃຫ້ກຽດເຂົ້າຮ່ວມໃນພິທີຂອງສະຫາຍ ໜູກີ ສີຫາລາດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ມີຄະນະຊາວໜຸ່ມເມືອງ ແລະສະມາຊິກຊາວໜຸ່ມພາຍໃນຫ້ອງການປົກຄອງເມືອງໄຊທານີເຂົ້າຮ່ວມຢ່າງພ້ອມພຽງ.

          ພິທີແລກປ່ຽນບົດຮຽນຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຕຶກຫ້ອງການປົກຄອງເມືອງໄຊທານີ ເຊິ່ງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດ ວຽກງານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ທັງສອງພາກສ່ວນ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວໂດຍລວມແລ້ວ; ສະມາຊິກຊາວໜຸ່ມໃນຫ້ອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງຟົດຟື້ນ. ຈາກນັ້ນ, ສະຫາຍ ຮອງເລຂາພັກເມືອງ, ຮອງເຈົ້າເມືອງກໍໄດ້ສະແດງຄວາມຊົມເຊີຍ ຊາວໜຸ່ມທັງສອງພາກສ່ວນ ລະຫວ່າງ ຊາວໜຸ່ມຮາກຖານຫ້ອງການ ສມປຊ ແລະ ຊາວໜຸ່ມເມືອງໄຊທານີ ທີ່ມີແນວຄິດລິເລີ່ມ ໃນຂອດການປະສານງານການຮ່ວມມື, ທີ່ມີການແລກປ່ຽນບົດຮຽນວຽກງານຊາວໜຸ່ມ; ພ້ອມນັ້ນ, ກໍຍັງໄດ້ໂອ້ລົມຕໍ່ກັບສະມາຊິກຊາວໜຸ່ມ ໂດຍຮຽກຮ້ອງໃຫ້ມີຄວາມບຸກບືນ ຫ້າວຫັນໃນໜ້າທີ່ວຽກງານ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ ເຊິ່ງຊາວໜຸ່ມເຮົາແມ່ນເປົ້າໝາຍໜຶ່ງທີ່ພວກຄົນບໍ່ດີ ຄິດທີ່ຈະເບື່ອເມົາ ແລະແກ່ດຶງເຂົ້າໃນການໃຊ້ຊີວິດແບບເສລີ, ຂາດລະບຽບວິໄນ, ມີຄ່ານິຍົມແລ່ນນໍາກະແສແຟຊັ້ນ ແບບຂາດການເລືອກເຟັ້ນ ກັ່ນກອງ ຈົນກາຍເປັນເຫຍື່ອຂອງສັດຕູໂດຍບໍ່ຮູ້ໂຕ, ເພື່ອຫຼີກເວັ້ນໄພອັນຕະລາຍເຫຼົ່ານັ້ນ ຊາວໜຸ່ມເຮົາຈົ່ງຍົກສູງສະຕິລະວັງໂຕ ຮັບຮູ້ຂ່າວສານຢ່າງມີການເລືອກເຟັ້ນ ກັ່ນກອງ ຮັບເອົາແຕ່ສິ່ງຍອດຍິ່ງກ້າວໜ້າຂອງຍຸກສະໄໝ ເພື່ອນໍາມາພັດທະນາຕົນເອງໃຫ້ສູງເດັ່ນຂຶ້ນໃນອະນາຄົດ ກາຍເປັນຊາວໜຸ່ມທີ່ມີຄວາມເຂັ້ມແຂງ ພ້ອມທີ່ຈະປະຊີນໜ້າ ແລະປະຈັນບານກັບທຸກສະພາບການ ໃຫ້ສົມກັບວ່າເປັນແຂນຂວາຂອງພັກ, ປຽບເໝືອນນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ, ກາຍເປັນສິນໄຊແຫ່ງຍຸກສະໄໝ. ນອກນັ້ນ, ສະຫາຍຍັງແນະນໍາໃຫ້ມີການຈັດຕັ້ງປະຕິບັດວຽກງານ 4 ບຸກ ໃຫ້ປະກົດຜົນເປັນຈິງໃນແຕ່ລະດ້ານ.

          ໃນໂອກາດດັ່ງກ່າວນີ້, ສະຫາຍ ເຊັ່ງ ຢ່າງ ຕາງໜ້າ ຄະນະຊາວໜຸ່ມຫ້ອງການ ສມປຊ ກໍໄດ້ກ່າວຂບໃຈນໍາຄະນະຊາວໜຸ່ມເມືອງໄຊທານີ ທີ່ໄດ້ຕ້ອນຮັບດ້ວຍຄວາມອົບອຸ່ນ; ພ້ອມທັງ ຂອບໃຈ ແລະຮູ້ບຸນຄຸນນໍາສະຫາຍຮອງເລຂາພັກເມືອງ, ຮອງເຈົ້າເມືອງທີ່ໄດ້ເສຍສະຫຼະເວລາໃຫ້ກຽດເຂົ້າຮ່ວມ ແລະໃຫ້ຄໍາຊີ້ແນະດ້ວຍຄວາມເປັນຫ່ວງເປັນໄຍດ້ວຍຄວາມຈິງໃຈ.

          ນອກຈາກນັ້ນ, ທັງສອງຝ່າຍກໍ່ໄດ້ມີການແລກປ່ຽນ ກິລາມິດຕະພາບ ລະຫວ່າງທີມຊາວໜຸ່ມເມືອງໄຊທານີ ພົບກັບ ທີມຊາວໜຸ່ມຮາກຖານຫ້ອງການ ສມປຊ; ເປັນອັນວ່າຜົນຄະແນນຈົບລົງດ້ວຍ 5-4 ທີມຊາວໜຸ່ມເມືອງໄຊທານີເປັນຜູ້ຊະນະ.

ຂ່າວ/ພາບ: ສຸກສະຫວັດ ເພັດພູທອນ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ