ຄະນະບໍລິຫານສາດ ເຂົ້າຮ່ວມສຳມະນາທາງວິຊາການ ວ່າດ້ວຍກົດໝາຍປົກຄອງ ມຸ່ງສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນທາງການສຶກສາ
ໃນວັນທີ 12 ມີນາ 2026 ທີ່ຜ່ານມາ, ຄະນະບໍລິຫານສາດ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການພັດທະນາບຸກຄະລາກອນ ແລະຍົກລະດັບຄວາມຮູ້ທາງດ້ານການເມືອງ-ການປົກຄອງ ໂດຍການຈັດຕັ້ງຄະນະຜູ້ແທນເຂົ້າຮ່ວມຮັບຟັງການບັນຍາຍທາງວິຊາການຜ່ານລະບົບທາງໄກ (Online) ພາຍໃຕ້ຫົວຂໍ້: “ການບັນຍາຍທາງວິຊາການ ເພື່ອສົ່ງເສີມຄວາມຮູ້ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍປົກຄອງ”. ກອງປະຊຸມດັ່ງກ່າວເປັນການແລກປ່ຽນບົດຮຽນລະ ດັບສອງຊາດ ລາວ-ໄທ ເຊິ່ງມີຄວາມສຳຄັນຢ່າງຍິ່ງຕໍ່ກັບການພັດທະນາລະບົບຍຸຕິທຳ ແລະການບໍລິຫານລັດໃນຍຸກປັດຈຸບັນ. ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເປັນກຽດນຳພາໂດຍ: ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະຈຳນວນ 5…
