ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ແກ່ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ໂດຍການເປັນປະທານ ຂອງທ່ານ ປອ ເພັດສະໝອນ ດວງປະເສີດ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວ ໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີຄະນະກຳມະການປ້ອງກັນບົດ, ມີພະນັກງານຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມທັງໝົດ 76 ທ່ານ, ຍິງ 21 ທ່ານ.

ໃນພິທີຄະນະຮັບຜິດຊອບ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປ້ອງກັນບົດຈົບຂັ້ນ ທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ສະບັບເລກທີ 101/ຄປພຂ, ຊຽງຂວາງ, ລົງວັນທີ 17 ກໍລະກົດ 2026. ເຊິ່ງທາງໂຮງຮຽນໄດ້ແບ່ງອອກເປັນ 3 ກຸ່ມວິຊາ ຄື: ກຸ່ມຂົງເຂດວຽກງານການເມືອງ, ກຸ່ມຂົງເຂດວຽກງານເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ແລະກຸ່ມຂົງເຂດວຽກງານການປົກຄອງ. ຈາກນັ້ນໄດ້ຮັບຟັງການຜ່ານບົດລາຍງານສະພາບການຂຽນບົດປ້ອງກັນຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ໂດຍຫຍໍ້.

ໃນຕອນທ້າຍພິທີ ທ່ານປະທານໄດ້ມີຄໍາເຫັນໂອ້ລົມ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ພະນັກ ງານ, ຄູ-ອາຈານ ແລະນັກສຶກສາ ທີ່ໄດ້ພ້ອມກັນສໍາເລັດໃນການຮຽນ-ການສອນ, ມີຄວາມຮັບຜິດຊອບສູງ, ຕັ້ງໃຈສິດສອນ ແລະຂຶ້ນຫ້ອງສິດສອນ, ການຄົ້ນຄວ້າຮໍ່າຮຽນ, ນໍາເອົາຄວາມຮູ້, ຄວາມສາມາດ ເພື່ອນໍາໃຊ້ເຂົ້າໃນການຂຽນບົດປ້ອງຈົບຂັ້ນ ໂດຍສະເພາະແມ່ນຮູ້ນໍາໃຊ້ວິທີວິທະຍາ, ວິທີວັດຖຸນິຍົມສັດຈະວິພາກ ຂອງທິດສະດີ ມາກ-ເລນິນ, ວິທີການສະຫຼຸບ-ສັງລວມ, ຕີລາຄາສົມທຽບຕ່າງໆ ເຂົ້າໃນພຶດຕິກຳຕົວຈິງ ທີ່ເປັນບັນຫາຕັ້ງຂຶ້ນ ຢູ່ໃນກົມກອງທ້ອງຖິ່ນ ຂອງຕົນ ແລະສັງຄົມ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ເພື່ອຊອກຫາທິດທາງ ແລະພ້ອມກັນແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າ ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ/ພາບ: ນ. ຄໍາເພັດ ບຸນນະຈັນ

(ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ