ໃນ​ຕອນ​ເຊົ້າ​ ຂອງວັນ​ທີ 17 ກໍ​ລະ​ກົດ 2026 ຢູ່​ໂຮງ​ຮຽນທິດ​ສະ​ດີ​ການ​ເມືອງ​ ແລະ​ການ​ປົກ​ຄອງ​ແຂວງ​ໄຊ​ຍະ​ບຸ​ລີ ໄດ້ເປີດກອງ​ປະ​ຊຸມ​ຖອດ​ຖອນບົດ​ຮຽນ​ການ​ຄຸ້ມ​ຄອງຊຸດຮຽນ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ຕົ້ນ ​ຮຸ່ນ​ທີ VI ແລະ ຂັ້ນ​ກາງ ຮຸ່ນ​ທີ IV ໂດຍການ​ເປັນ​ປະ​ທານ ຂອງ​ທ່ານ ນາງ ນຸດ​ຈີ​ລາ ພົນ​ຈະ​ເລີນ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ໂຮງ​ຮຽນ​ການ​ເມືອງ ແລະ​ການ​ປົກ​ຄອງ ແຂວງ​ໄຊ​ຍະ​ບູ​ລີ ​ພ້ອມ​ດ້ວຍ​​​ຄະນະພັກ-ຄະ​ນະ​ນຳ​ ຂອງໂຮງ​ຮຽນ, ຄູອາ​ຈານ​​ຮັບ​ເຊີນ​ ແລະ​ພະ​ນັກ​ງານ​-ຄູ​ອາ​ຈານ​ ພາຍ​ໃນ​ໂຮງ​ຮຽນ ​ກໍ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ​.

ໃນ​​ພິ​ທີ​ດັ່ງ​ກ່າວ​ ທ່ານ​ ປ​ທ​ ສີ​ສົມ​ພອນ​ ລັກ​ຊີ​ວີ ກໍ​ໄດ້​ຂຶ້ນ​ຜ່ານ​ບົດ​ສະ​ຫຼຸບ​ການ​ດຳ​ເນີນຊຸດ​ຮຽນ​ທິດ​ສະ​ດີ​ຂັ້ນ​ຕົ້ນ ຮຸ່ນ​ທີ VI ແລະ​ຂັ້ນ​ກາງ​ຮຸ່​ນ​ທີ IV ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ​ແຂວງ​ໄຊ​ຍະ​ບູ​ລີ ມີ​ຄູ​ອາ​ຈານ​ທັງ​ໝົດ 18 ສະ​ຫາຍ, ຍິງ 5 ສະ​ຫາຍ, ​ໃນ​ນີ້​, ມີ​ຄູ​ອາ​ຈານ​ຮັບ​ເຊີນ 5 ສະ​ຫາຍ, ​ຍິງ 2 ສະ​ຫາຍ, ​ນັກ​ສືກ​ສາ​ຂັ້ນ​ຕົ້ນ ​ຮຸ່ນ​ທີ VI ມີ ​47 ສະ​ຫາຍ,​ ຍິງ 19 ສະ​ຫາຍ ແລະ​ຂັ້ນ​ກາງ ​ຮຸ່ນ​ທີ IV ມີ 51 ສະ​ຫາຍ​, ຍິງ 12 ສະ​ຫາຍ, ​ຊຸດ​ຮຽນ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ຕົ້ນ ຮຸ່ນ​ທີ VI ​ແມ່ນ​ເລີ່ມ​ຮຽນ​ແຕ່​ວັນ​ທີ 13 ສິງ​ຫາ 2025 ຫາ​ວັນ​ທີ 28 ພະ​ຈິກ 2025 ມີ 14 ອາ​ທິດ (3 ເດືອນ) ແລະ​ຂັ້ນ​ກາງ​ເລີ່ມ​ຮຽນ​ແຕ່​ວັນ​ທີ 25 ສິງ​ຫາ 2025 ຫາ​ວັນ​ທີ 13 ກຸມ​ພາ 2026 ໃຊ້​ເວ​ລາ​ຮຽນ 6 ເດືອນ​ມີ 24 ອາ​ທິດ.

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຫຼັກ​ສູດ​ຊຸດ​ຮຽນ​ຂັ້ນ​ຕົ້ນ ​ໄດ້​ປະ​ຕິ​ບັດ​ຕາມ​ໂຄງ​ການ​ຫຼັກ​ສູດ​ການ​ຮຽນ-​ການ​ສອນ​ ຢ່າງ​ຕໍ່​ເນື່ອງ​ ມີ​ວີ​ຊາ​ຮຽນ​ທັງ​ໝົດ 11 ວິ​ຊາ, ໃຊ້​ເວ​ລາ​ຮ​ຽນ​ຕົວ​ຈິງ 494 ຊົ່ວ​ໂມງ​ໂດຍ​ປະ​ຕິ​ບັດ​ຂອດ​ຮຽນ​ຕ່າງໆ ​ຕາມ​ໂຄງ​ການ​ຫຼັກ​ສູດ​ຢ່າງ​ຄົບ​ຖ້ວນ; ໃນ​ຊຸດ​ຮຽນ​ນີ້​ ມີ​ອາ​ຈານ​ສິດ​ສອນ​ທັງ​ໝົດ​ຈຳ​ນວນ 23 ທ່ານ, ຍິງ 4 ທ່ານ, ໄດ້ເຊື້ອ​ເຊີນ​ຄະ​ນະ​ປະ​ຈຳ​ພັກ​ແຂວງ, ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ​ ມາ​ຂຶ້ນ​ຫ້ອງ​ລາຍ​ງານ​ເພີ່ມ​ ຈໍາ​ນວນ 9 ທ່ານ, ຍິງ 1 ທ່ານ​.

ຊຸດ​ຮຽນ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ກາງ​ ຮຸ່ນ​ທີ IV ໄດ້​ໃຊ້​ເວ​ລາ​ຮຽນ 6 ເດືອນ ມີ​ວິ​ຊາ​ຮຽນ​ທັງ​ໝົດ 14 ວິ​ຊາ, ແບ່ງ​ອອກ​ເປັນ 7 ກຸ່ມ​ວິ​ຊາ​ຮຽນ ເຊິ່ງ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂອດ​ຮຽນ​ຕ່າງໆ​ຢ່າງ​ເຂັ້ມ​ງວດ​ເຊັ່ນ; ຂື້ນ​ຫ້ອງ​ບັນ​ຍາຍ, ກຽມ​ສະ​ມະ​ນາ,ແກ້​ຂໍ້​ຂ້ອງ​ໃຈ, ​ທວນ​ເສັງ, ສອບ​ເສັງ​ຂຽນ, ຂຽນ​ບົດ​ລາຍ​ງານ, ສອບ​ເສັງ​ປາກ​ເປົ່າ, ລາຍ​ງານ​ເພີ່ມ, ລົງ​ສະ​ໜາມ, ທັດ​ສະ​ນະ​ສືກ​ສາ, ຂຽນ​ບົດ​ເກັບ​ກ່ຽວ, ປ້ອງ​ກັນ​ໂຄງ​ຮ່າງ, ແນະ​ນຳ​ການ​ຂຽນ​ບົດ​ ຊຶ່ງ​ໃຊ້​ເວ​ລາ​ຮຽນ​ຕົວ​ຈິງ 536 ຊົ່ວ​ໂມງ.

ການ​ຄຸ້ມ​ຄອງ​ການ​ຮຽນ​-ການ​ສອນ ​ໄດ້​ສ້າງ​ແຜນ​ການ​ຮຽນ-​ການ​ສອນ ​ເຜີຍ​ແຜ່​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ຕ່າງໆ​ໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ກັບ​ຄູ​ປະ​ຈຳ​ຫ້ອງ​ເປັນ​ຕົ້ນ​ກອນ​ການ​ເຂົ້າ​ຮຽນ​ເປັນ​ປົກ​ກະ​ຕິ (ປະ​ຖົມ​ນິ​ເທດ) ຄຸ້ມ​ຄອງ​ສະ​ຖິ​ຕິ​ນັກ​ສຶກ​ສາ​ ສະ​ເໜີ​ຕໍ່ກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກ່ຽວ​ກັບ​ການ​ເປີດ​-ປິດ​ຊຸດ​ຮຽນ ຂໍ​ອອກ​ໃບ​ຢັ້ງຢືນ ສົມ​ທົບ​ກັບ​ຄູ​ປະ​ຈຳ​ຫ້ອງຈັດ​ຕັ້ງ​ຫ້ອງ, ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ​ກັບ​ຄູ​ປະ​ຈຳ​ຫ້ອງ ແລະ ຫ້ອງ​ການ​ເພື່ອ​ນຳ​ພາ​ນັກ​ສຶກ​ສາ​ຂັ້ນ​ຕົ້ນ​ໄປ​ທັດ​ສະ​ນະ ຢູ່​ພາຍ​ໃນ​ເມືອງ​ໄຊ​ຍະ​ບູ​ລີ ແລະ ຂັ້ນ​ກາງ​ໄປ​ທັດ​ສະ​ນະ​ສືກ​ສາ​ ຢູ່​ເມືອງ​ຫົງ​ສາ ​ຕາມ​ເງື່ອນ​ໄຂ ແລະ​ຄວາມ​ສາ​ມາດ​ຂອງ​ນັກ​ສຶກ​ສາ, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃນ​ການ​ຂໍ​ລາ​ພັກ, ​ການລົງ​ທະ​ບຽນ​ຮຽນ​ຄືນ ຂອງ​ນັກ​ສຶກ​ສາ​ທີ່ຂາດ​​ຊົ່ວ​ໂມງ​ບັນ​ຍາຍ ເກີນ 5% ໄດ້​ຕິດ​ຕາມ​ການ​ຂຶ້ນ​ຫ້ອງ​ຮຽນ​ ຂອງ​ນັກ​ສຶກ​ສາ ແລະ​ຄູ​ອາ​ຈານ​ແຕ່​ລະ​ມື້, ແຕ່​ລະ​ອາ​ທິດ ເພື່ອ​ຄຸ້ມ​ຄອງ​ການ​ຮຽນ​-ການ​ສອນ ​ຂອງ​ນັກ​ສຶກ​ສາ; ໄດ້​ຄຸ້ມ​ຄອງ, ຕິດ​ຕາມ,ກວດ​ກາ​ການ​ໃຫ້​ຄະ​ແນນ​ສ່ວນ​ຮ່ວມ​ຄະ​ແນນ​ສອບ​ເສັງ​ຕາມ​ລະ​ບຽບ​ການ​ ພ້ອມ​ທັງ​ສັງ​ລວມ​ຈັດ​ລະ​ດັບ​ຄ່າ​ຄະ​ແນນ​ສອບ​ເສັງ​ເປັນ​ເກຼດ​ ເຊິ່ງ​ສະ​ຫຼຸບ​ໄດ້​ຄະ​ແນນ​ດັ່ງ​ນີ້: ຂັ້ນ​ຕົ້ນ ​ເກຼດ A ມີ 30 ສະ​ຫາຍ, ຍິງ 11 ສະ​ຫ​າຍ ກວມ 64%, ເກຼດ B+ ມີ 17 ສະ​ຫາຍ, ຍິງ 8 ສະ​ຫາຍ ກວມ 36 %; ຂັ້ນ​ກາງ ເກຼດ A ມີ 17 ສະ​ຫາຍ​ເທົ່າ​ກັບ 34% ເກຼດ B+ມີ 34 ສະ​ຫາຍ​ເທົ່າ​ກັບ 67%. ພ້ອມນັ້ນ, ຍັງໄດ້ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍ້ອງ​ຍໍ​ໃຫ້ແກ່ນັກ​ສຶກ​ສາ ​ຕາມ​ມາດ​ຖານ​ທີ່​ໄດ້​ກຳ​ນົດ​ໃນ​ລະ​ບຽບ​ຄຸ້ມ​ຄອງ​ນັກ​ສຶກ​ສາ ຄື: ຂັ້ນ​ຕົ້ນ ​ມີ​ຜູ້​ໄດ້​ຮັບ​ໃບ​ຍ້ອງ​ຍໍ 13 ສະ​ຫາຍ, ຍິງ 5 ສະ​ຫາຍ, ໃບ​ຊົມ​ເຊີຍ 10 ສະ​ຫາຍ, ຍິງ 3 ສະ​ຫາຍ; ຂັ້ນ​ກາງ ​ມີ​ຜູ້​ໄດ້​ຮັບ​ໃບ​ຍ້ອງຍໍ 20 ສະ​ຫາຍ, ຍິງ 7 ສະ​ຫາຍ, ໃບ​ຊົມ​ເຊີຍ 11 ສະ​ຫາຍ, ຍິງ 2 ສະ​ຫາຍ.

ຂ່າວ/ພາບ: ວັດ​ທະ​ນາ ພັນ​ລັກ
ບັນ​ນາ​ໂດຍ: ວຽງ​ສະ​ຫວັນ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ