Month: September 2020

ພິທີເປີດປ້າຍຫ້ອງຮຽນຂົງຈືຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ໃນຍຸກເຊື່ອມໂຍງ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຄຸ້ມຄອງ, ນໍາພາຂອງພັກ-ລັດໃນແຕ່ລະຂົງເຂດນັ້ນ ແມ່ນຄວາມຈໍາເປັນພາວະວິໄສ ເປັນຕົ້ນແມ່ນຄວາມຮູ້ດ້ານພາສາຕ່າງປະເທດ ເພື່ອຕິດຕໍ່ປະສານງານພົວພັນ ແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນບັນດາປະເທດເພື່ອນມິດຍຸດທະຍາດສັງຄົມນິຍົມອ້າຍນ້ອງ ໃນນັ້ນ ພາສາຈີນແມ່ນພາສາໜຶ່ງທີ່ມີຄວາມສໍາຄັນ ແລະມີຄວາມຈໍາເປັນສໍາລັບພະນັກງານຂອງພວກເຮົາ ເພື່ອໃຫ້ພະນັກງານຂອງພວກເຮົາສື່ສານແລກປ່ຽນບົດຮຽນ ແລະການຄົ້ນຄວ້າວິທະຍາສາດໃນຂົງເຂດຕ່າງໆທີ່ເປັນພາສາຈີນ ເພື່ອຖອດຖອນເອົາບົດຮຽນທີ່ກ້າວໜ້າ ແລະມີຜົນສໍາເລັດອັນໃຫຍ່ຫຼວງ ຂອງ ສປ ຈີນ ມາໝູນໃຊ້ໃຫ້ແທດເໝາະກັບ ສປປ ລາວຂອງພວກເຮົາ. ດັ່ງນັ້ນ, ມາໃນວັນທີ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງວຽງຈັນ ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກສົມບູນ

ປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງວຽງຈັນ ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສໍາ ຮອງເປັນສະມາຊິກພັກສົມບູນ ເລກທີ 352/ຄປພ,ວຈ, ລົງວັນທີ 18 ກັນຍາ 2020. ດັ່ງນັ້ນ ໃນຕອນບ່າຍ ຂອງວັນທີ 25 ກັັັັັັນຍາ 2020 ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ, ຈຶ່ງໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ ຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມໃນພິທີ ມີສະຫາຍ ສົມຄິດ ອິນທະວົງ ເລຂາໜ່ວຍພັກ ໂຮງຮຽນການເມືອງ ແລະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນສູງ ເລັ່ງລັດ 5 ເດືອນ ຮຸ່ນທີ XXVII

ໃນວັນທີ 24 ກັນຍາ ທີ່ຫ້ອງຮຽນ 301 ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຮຽນນັກສຶກສາຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVII ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີທ່ານ ປອ ນາງ ໄກສອນ…

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ”

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດໃນຫົວຂໍ້ “ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ” ຂຶ້ນ ໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2020, ທີ່ສະໂມສອນສອນໃຫຍ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ທີປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີທ່ານ ປອ ນາມ ວິຍະເກດ ກຳມະການສູນກາງພັກ, ຮອງປະທານ, ຜູ້ປະຈຳການສະພາທິດສະດີສູນກາງພັກ,…