ກອງປະຊຸມສໍາມະນາວິທະຍາສາດ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ
ໃນວັນທີ 6 ກໍລະກົດ 2023 ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບັນດາແຂວງພາກເໜືອ ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ແລະທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ໃນກອງປະຊຸມຍັງມີແຂກເຂົ້າຮ່ວມເຊັ່ນ: ຫ້ອງວ່າ ການປົກຄອງແຂວງ,…
