ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສຳມະນາວິທະຍາສາດໃນຫົວຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນຖັນແຖວພະນັກງານ ແລະກຳລັງປະກອບອາວຸດປະຊາຊົນ”
ໃນຕອນເຊົ້າຂອງວັນທີ 24 ກຸມພາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍຊຶ່ງຈັດຕັ້ງຂຶ້ນພໍດີກັບຊ່ວງເວລາກະກຽມສະເຫຼີມສະຫຼອງບັນດາວັນສຳຄັນທາງປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວຄົບຮອບ 68 ປີ, ວັນສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຄົບຮອບ 28 ປີ, ວັນສ້າງຕ້ັ້ງກອງທັບປະຊາຊົນຄົບຮອບ 74 ປີ ແລະວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 63 ປີ ແລະວັນສຳຄັນອື່ນໆ. ຕະຫຼອດໄລຍະ 28…