ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດປະກາດການຈັດຕັ້ງເພື່ອເພີ່ມທະວີຄວາມເຂັ້ມແຂງດ້ານບຸກຄະລາກອນ ເພື່ອຍົກສູງຄຸນນະພາບການກໍ່ສ້າງພະນັກງານທິດສະດີການເມືອງ
ໃນຕອນເຊົ້າວັນທີ 20 ມີນາ 2026, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ: ທ່ານ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ພ້ອມນີ້, ຍັງມີຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ການປະກາດການຈັດຕັ້ງໃນຄັ້ງນີ້ ແມ່ນບາດກ້າວສຳຄັນໃນການປັບປຸງ ແລະບູລະນະກົງຈັກການຈັດຕັ້ງຂອງ ສມປຊ ໃຫ້ມີຄວາມໜັກແໜ້ນ…
